Header Ads

ຄອບຄົວສຸດເຊີໄພ້!! ແມ່ຄອດລູກໄຊ້ຍັກ ນໍ້າຫນັກເຖິງ 6ກິໂລ



ມາຮູ້ກັບເດັກນ້ອຍໄຊ້ຍັກ ນໍ້າຫນັກເກີດຫລາຍເຖິງ 6ກິໂລ ຫລາຍກວ່າເດັກປົກກະຕິເຖິງ 2ເທົ່າ ເຮັດໃຫ້ຄອບຄົວສຸດຕົກໃຈ ເຜີຍວ່າ: ລູກສາວຄົນທຳອິດຕອນເກີດກໍ່ນໍ້າຫນັກຫລາຍກວ່າ 5ກິໂລ

ເມື່ອວັນທີ 4ກັນຍາທີ່ຜ່ານມາ ເວັບໄຊເດລີ່ເມລເຜີຍລາຍງານເລື່ອງລາວຊວນປະຫລາດໃຈຂອງຄອບຄົວ ມາສັນ ແມັດໂດນັລ ແລະ ມາຄາເອລາ ເຄີບີ້ ຈາກລັດຄວີນແລນ ປະເທດອອສເຕເລຍ ຫລັງຈາກມາຄາເອລາໄດ້ໃຫ້ກຳເນີດ ລູກນ້ອຍອອກມາ ມີຂະຫນາດໂຕໃຫຍ່ຊວນຕົກໃຈ ໂດຍມີນໍ້າຫນັກຫລາຍເຖິງ 6.02ກິໂລ ຫລື ຄິດເປັນ 2ເທົ່າຂອງເດັກນ້ອຍເກີດໃຫມ່ທົ່ວໄປ

ໂດຍມາຄາເອລາ ໄດ້ໃຫ້ກຳເນີດລູກນ້ອຍກ່ອນກຳນົດເຖິງ 1ອາທິດ ເມື່ອວັນທີ 4ກັນຍາທີ່ຜ່ານມາ ທີ່ໂຮງຫມໍຣ໋ອແຮມຕັນ ໃນລັດຄວີນແລນ ໂດຍກ່ອນຫນ້ານີ້ ນາງ ແລະ ຜົວ ມີລູກສາວດ້ວຍກັນມາແລ້ວ 1ຄົນຄື ຫນູນ້ອຍອູບຣີ ຂະນະນີ້ອາຍຸ 1ປີ 5ເດືອນ ເຊິ່ງທາງຄອບຄົວເຜີຍວ່າ: ເມື່ອຄັ້ງແລກເກີດຫນູນ້ອຍອູບຣີກໍ່ນັບໄດ້ວ່າເປັນເດັກນ້ອຍທີ່ເກີດທຳອິດທີ່ມີຂະຫນາດໃຫຍ່ເຊັ່ນກັນ ໂດຍນໍ້າຫນັກແລກເກີດຂອງນາງນັ້ນຫລາຍກວ່າ 5ກິໂລ

ດ້ານພໍ່ມາສັນ ກໍ່ໂພສແຊພາບຄວາມປະທັບໃຈຂອງລູກນ້ອຍທີ່ຫາກໍ່ເກີດຜ່ານທາງໂຊຊ້ຽວ ບອກວ່າຫນູນ້ອຍຄົນນີ້ໄດ້ຮັບການຕັ້ງຊື່ໃຫ້ວ່າ: ເມຊີ່ ລິລລີ່ ແມັກໂດນັລ ແລະ ດ້ວຍນໍ້າຫນັກແລກເກີດທີ່ຫລາຍເຖິງ 6.02ກິໂລ ເຮັດໃຫ້ທຳລາຍສະຖິຕິກາຍເປັນເດັກທີ່ຫາກໍ່ເກີດທີ່ມີຂະຫນາດໃຫຍ່ທີ່ສຸດ ໃນບັນດາເດັກຄົນອື່ນໆທີ່ເກີດທີ່ໂຮງຫມໍແຫ່ງນີ້


Powered by Blogger.