Header Ads

ເປັນຫຍັງຈິ່ງຕ້ອງສະຫຼັບຢາງລໍ້ລົດ ມື້ນີ້ມີຄຳຕອບ..

  ເປັນຫຍັງຈິ່ງຕ້ອງສະຫຼັບຢາງລໍ້ລົດ ມື້ນີ້ມີຄຳຕອບ


       ເປັນທີ່ຮູ້ກັນດີວ່າ ຢາງຄູ່ໜ້າຈະໃຊ້ງານໜັກກວ່າຢາງຄູ່ຫຼັງ, ບໍ່ວ່າຈະເປັນການ ເບກຂອງລົດ ຫຼື ບັງຄັບທິດທາງໃນການລ້ຽວ ຈຶ່ງມີຜົນເຮັດໃຫ້ຢາງຄູ່ໜ້າ ເສຍຫາຍໄວກວ່າ ຊຶ່ງໂດຍສະເລ່ຍ 2-3 ເທົ່າ. ດັ່ງນັ້ນ ການສະຫຼັບຢາງ ຈຶ່ງຊ່ວຍຫຼຸດຜ່ອນ ຄວາມເສຍຫາຍຂອງຢາງໜ້າລົງໄດ້.
       ນອກຈາກນີ້ ຍັງຊ່ວຍໃນການກວດສອບຄວາມເສຍຫາຍຂອງອາໄຫຼ່ລົດ ຕ່າງໆໄດ້ເຊັ່ນ ຜ້າເບກໜ້າ - ຫຼັງ ແລະ ລະບົບຊ່ວງລ່າງລົດ ຊຶ່ງປົກກະຕິແລ້ວ ຄວນສະຫຼັບຢາງທຸກໆ 10,000 ກິໂລແມັດ ໂດຍສະຫຼັບຈາກລໍ້ຫຼັງມາໄວ້ໜ້າ ແລະ ລໍ້ໜ້າໄປໄວ້ຫຼັງ ໃນດ້ານດຽວກັນ ແລະທີ່ສໍາຄັນຈະຕ້ອງມີການຖ່ວງລໍ້ ແລະປັບລະດັບຄວາມດັນລົມ ຢາງລໍ້ໜ້າ ແລະ ຫຼັງທຸກຄັ້ງທີ່ມີການສະຫຼັບຢາງ ເພື່ອຫຼຸດການສັ່ນສະເທືອນ ແລະ ລົດຂອງເຮົາກໍ່ຈະຊົງໂຕໄດ້ດີຂຶ້ນ.

  ຖ້າວ່າຊາວ TOYOTA ມີຂໍ້ສົງໄສ ສາມາດຂໍຄໍາແນະນໍາ ແລະ ຮັບການສະຫຼັບຢາງໄດ້ທີ່ ສູນບໍລິການໂຕໂຢຕ້າ ທົ່ວປະເທດ ໄດ້ເລີຍ.
ພິເສດ ສໍາລັບລູກຄ້າ Hilux ທຸກລຸ້ນ ສາມາດນໍາລົດເຂົ້າກວດເຊັກສະພາບ FREE 26 ລາຍການ ທີ່ ສູນບໍລິການໂຕໂຢຕ້າ ທົ່ວປະເທດ ໃນວັນທີ 25 ສິງຫາ ເຖິງ 30 ກັນຍາ 2017.
ແຫຼ່ງຂ່າວ: Toyota Laos
Powered by Blogger.