Header Ads

ການໃສ່ເສື້ອຊັ້ນໃນນອນ ສົ່ງຜົນເສຍຕໍ່ສຸຂະພາບ

ຜົນ​ການ​ຊອກຫາ​ສຳລັບ นอน

ຈຸດປະສົງທີ່ໃສ່ເສື້ອຊັ້ນໃນກໍຄື ເພື່ອປະຄັບປະຄອງໜ້າເອິກໃຫ້ຄວາມຮູ້ສຶກພໍດີ ແລະ ປອດໄພສຳລັບຜູ້ຍິງ ເສື້ອຊັ້ນໃນສາມາດສົ່ງຜົນຕໍ່ຮູບຊົງໄດ້ຊົ່ວຄາວ ຢ່າງໃດກໍຕາມ ມີການສຶກສາເກ່ຽວກັບຜົນກະທົບອັນຕະລາຍເຊິ່ງເກີດຈາກການສວມໃສ່ເສື້ອຊັ້ນໃນ ໃນເວລານອນ

ເຮັດໃຫ້ຮູ້ສຶກກະສັບກະສ່າຍ

ເພາະບາງຄົນຈະຮູ້ສຶກອຶດອັດໃນເວລານອນ ເພາະຕະຂໍມັນຈະກົດເຂົ້າໄປໃນຜິວໜັງ ເຮັດໃຫ້ບໍ່ຮູ້ສຶກສະບາຍຕົວ ຜົນກະທົບຕາມມາກໍຄືເຮັດໃຫ້ນອນບໍ່ຫຼັບ

ເອັນຍືດອ່ອນແອ

ໜ້າເອກບໍ່ມີເອັນຍືດທີ່ແຂງແຮງເນື່ອງຈາກບໍ່ຕ້ອງຮອງນ້ຳໜັກຂອງຕົວມັນເອງ ດັ່ງນັ້ນໜ້າເອິກຈະຍ່ອນຄ້ອຍຫາກສວມໃສ່ເສື້ອຊັ້ນໃນຕິດຕໍ່ກັນທັງເວັນທັງຄືນ ເຕົ້ານົມຈະບໍ່ມີໂອກາດໃຊ້ເອັນຍືດເຫຼົ່ານັ້ນ ແລະ ຍິ່ງເຮັດໃຫ້ປັນຫາເສື່ອມລົງ

ໂລກມະເຮັງ

ເສື້ອຊັ້ນໃນຈະຢັບຢັ້ງການລະບາຍນ້ຳເຫຼືອງ ລວມເຖິງເພີ່ມອຸນຫະພູມຂອງເຕົ້ານົມ ແລະ ລະດັບໂປແລັດຕິນ ດັ່ງນັ້ນຜູ້ຍິງຈຶ່ງສ່ຽງເປັນໂລກມະເຮັງຫຼາຍຂຶ້ນ ແມ້ຈະມີຂໍ້ໂຕ້ແຍ້ງວ່າບໍ່ກ່ຽວກັບລະດັບຮໍໂມນພາຍໃນທີ່ກ່ຽວຂ້ອງກັບໂລກມະເຮັງ ແຕ່ບາງຄົນກໍເຊື່ອວ່າການສວມໃສ່ເສື້ອຊັ້ນໃນ ຈະເຮັດໃຫ້ເປັນໂລກມະເຮັງ

ເຫື່ອອອກຫຼາຍເກີນໄປ

ເຫື່ອອອກຄືຜົນຂ້າງຄຽງຈາກການໃສ່ເສື້ອຊັ້ນໃນນອນ ວັດສະດຸພິເສດ ແລະ ແຜ່ນຮອງເສີມ ຈະລະງັບການໄຫຼວຽນຂອງອາກາດທີ່ຢູ່ອ້ອມຮອບຜິວ

ເນື້ອງອກ


ມັກເປັນກ້ອນເນື້ອເຍື້ອທີ່ບໍ່ສາມາດພັດທະນາກາຍເປັນມະເຮັງໄດ້ ແຕ່ການສວມໃສ່ເສື້ອຊັ້ຊນໃນທີ່ຄັບເກີນໄປ ອາດເຮັດໃຫ້ເກີດການອັກເສບ, ການລະບາຍທີ່ບໍ່ເໝາະສົມ ແລະ ທີ່ສຳຄັນເນື້ອງອກດັ່ງກ່າວອາດຈະພັກທະນາຕໍ່ໄປ

Powered by Blogger.