Header Ads

ກະຊວງການເງິນ ລະບຸ! ການເກັບລາຍຮັບເຂົ້າງົບປີນີ້ ຈະໄດ້ພຽງແຕ່ 98% ເທົ່ານັ້ນ




ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ສຳພາດວ່າ: ແຜນລາຍຮັບ-ລາຍຈ່າຍ ງົບປະມານໃນປີ 2017 ຂອງ 6 ເດືອນຕົ້ນປີນີ້ ສາມາດສະຫຼຸບລາຍຮັບໄດ້ທັງໝົດໃນຂອບເຂດທົ່ວປະເທດປະຕິບັດໄດ້ 43% ຂອງແຜນການໝົດປີ ຖ້າທຽບໃສ່ຄາດໝາຍໃຫ້ປະຕິບັດໄດ້ 50% ແຕ່ກໍ່ຖືວ່າເປັນການບຸກບືນພໍສົມຄວນ ແລະ ຢູ່ໃນລະດັບທົ່ວໄປຂອງເກນ 6 ເດືອນຕົ້ນປີ ທີ່ປະຕິບັດໃນລະຫວ່າງ 30-45% ກໍ່ຖືວ່າເປັນເກນທີ່ພໍຮັບໄດ້.
ສຳລັບດ້ານລາຍຈ່າຍ 6 ເດືອນຕົ້ນປີ ໄດ້ມີການປະຕິບັດລາຍຈ່າຍທີ່ຈຳເປັນຂອງລັດຖະບານ ແລະ ຖືວ່າພວກເຮົາສາມາດເຮັດໄດ້ເປັນຕົ້ນແມ່ນ ການຈ່າຍເງິນເດືອນ, ເງິນອຸດໜູນ, ເງິນນະໂຍບາຍຂອງພະນັກງານລັດຖະກອນໄດ້ພະຍາຍາມຈ່າຍໃຫ້ເປັນປົກກະຕິບໍ່ຄືທີ່ຜ່ານມາ ແຕ່ບາງເດືອນກໍ່ມີການຊ້າໂດຍ, ສ່ວນວ່າເງິນບໍລິຫານ, ເງິນເຄື່ອນໄຫວຂອງອົງການຈັດຕັ້ງຕ່າງໆກໍ່ສາມາດຈ່າຍໄດ້ໃນການຮັບໃຊ້ໜ້າທີ່ການເມືອງ ເວົ້າລວມແລ້ວການຈັດຕັ້ງປະຕິບັດແຜນ 6 ເດືອນຕົ້ນປີ 2017 ນີ້ເຖິງຈະມີຄວາມຫຍຸ້ງຍາກກໍ່ຕາມ ແຕ່ສາມາດຈັດຕັ້ງປະຕິບັດໄດ້ດີພໍສົມຄວນ.
ທ່ານກ່າວຕື່ມວ່າ: ສ່ວນການຈັດຕັ້ງປະຕິບັດລາຍຮັບຂອງງົບປະມານປີ 2017 ນີ້ ຈະໄດ້ປະມານ 98% ຂອງແຜນການ ເຊິ່ງບໍ່ສາມາດປະຕິບັດໄດ້ 100% ຂອງແຜນການ ໃນຂະນະດຽວກັນເບື້ອງຂອງລາຍຈ່າຍກໍ່ຈະບໍ່ໄດ້ຈ່າຍໝົດ ອີງໃສການປະຢັດມັດທະຢັດ ແລະ ເບື້ອງລາຍຮັບກໍ່ຈະໄດ້ມີມາດຕະການຊຸກຍູ້ບັນດາມາດຕະການຕ່າງໆທີ່ລັດຖະບານ ແລະ ກະຊວງການເງິນໄດ້ປະກາດໃຊ້ ເພື່ອໃຫ້ການຈັດເກັບລາຍຮັບມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ແລະ ມີປະສິດທິຜົນ ແລະ ຫັນການເກັບລາຍຮັບໄປສູ່ທັນສະໄໝ ເພື່ອເພີ່ມຄວາມໂປ່ງໃສ ແລະ ມີປະສິດທິພາບຫຼາຍຂຶ້ນ.
Source: ເສດຖະກິດການຄ້າ
Powered by Blogger.