Header Ads

ຮູ້ໄວ້ບໍ່ເສຍຫາຍ ໃຊ້ຢາຄຸມອັນຕະລາຍແທ້ບໍ່?

ຮູບ​ທີ່​ກ່ຽວ​ຂ້ອງ


ການໃຊ້ຢາຄຸມຖືເປັນວິທີການຄຸມກຳເນີດທີ່ນິຍົມຫຼາຍ. ຢາຄຸມມີຢູ່ 2ປະເພດໄດ້ແກ່

1. ຢາຄຸມປົກກະຕິ:

ເປັນສິ່ງທີ່ແມ່ບ້ານແມ່ເຮືອນໃຊ້ກັນມາຍາວນານ ປອດໄພ ແລະມີປະສິດທິພາບ ແຖມມີຜົນຂ້າງຄຽງໜ້ອຍ. ປັດຈຸບັນເມັດຢາຄຸມຖືກພັດທະນາໃຫ້ມີຄຸນສົມບັດພິເສດຢ່າງອື່ນອີກເຊັ່ນ: ຫຼຸດຜ່ອນອາການຊຶມເສົ້າ, ຫຼຸດຜ່ອນອາການປວດປະຈຳເດືອນ ແລະພົບວ່າຫາກໃຊ້ໃນໄລຍະຍາວສາມາດຫຼຸດຄວາມສ່ຽງເກີດມະເຮັງຮັງໄຂ່ ແລະເຍື່ອບຸໂຜ້ງມົດລູກ. ແຕ່ຂໍ້ຫຍຸ້ງຍາກກໍຄືຕ້ອງກິນທຸກໆມື້ ຫ້າມລືມເດັດຂາດ

2. ຢາຄຸມສຸກເສີນ: 

ໃຊ້ໃນກໍລະນີຖົງຢາງອະນາໄມແຕກຮົ່ວ, ລືມກິນຢາຄຸມປົກກະຕິ, ຖືກຂົ່ມຂືນ ແລະທທີ່ສຳຄັນບໍ່ຄວນໃຊ້ໃນໄລຍະຍາວເພາະຈະເກີດຜົນຂ້າງຄຽງຕໍ່ຮ່າງກາຍເຊັ່ນ ປະຈຳເດືອນມາຜິດປົກກະຕິ, ເລືອດອອກກະປອດກະແປດ ແລະພາວະຮໍໂມນປ່ຽນແປງ.  ແລະປະສິດຕິພາບຂອງການໃຊ້ຢາຄຸມສຸກເສີນກໍມີພຽງ70-80%ເທົ່ານັ້ນ.

ສ່ວນການນຳໃຊ້ຄືໃຫ້ກິນ1ເມັດຫຼັງມີເພດສຳພັນໂດຍໄວທີ່ສຸດ ແລະຊ້າສຸດຫ້າມກາຍ 72ຊົ່ວໂມງ. ແລະກິນອີກໜຶ່ງເມັດໃນ 12ຊົ່ວໂມງຕໍ່ໄປ. ລາຄາປົກກະຕິທີ່ຮ້ານຂາຍຢາທົ່ວໄປແມ່ນແຜງລະ 10.000ກີບ

ສະຫຼຸບງ່າຍໆວ່າ ຢາຄຸມສຸກເສີນເປັນສິ່ງທີ່ບໍ່ຄວນໃຊ້ເປັນປະຈຳ  ສ່ວນຢາຄຸມປົກກະຕິ ເຖິງແມ່ນວ່າໃຫ້ຜົນຂ້າງຄຽງໜ້ອຍກໍບໍ່ໄດ້ໝາຍຄວາມວ່າຈະປອດໄພ 100% ຢາຊະນິດໃດກໍຕາມຖ້າໃຊ້ເປັນໄລຍະເວລາຍາວນານກໍອາດເກີດຜົນຂ້າງຄຽງຢູ່ແລ້ວ.


Powered by Blogger.