Header Ads

ນ້ອຍເທົ່າກັບຫຼຽນ ! ກະເສດຕະກອນຈີນພົບເຫັນໄຂ່ໄກ່ໃບນ້ອຍ ຂະໜາດ 1.9 ຊມ

ສໍານັກຂ່າວປະເທດຈີນໄດ້ລາຍງານວ່າ ເມື່ອໄວໆນີ້ທີ່ອໍາເພີຈ້າວອັນ ເມືອງຈາງໂຈວ ມົນທົນຝູຈຽນ ນາງເສີນ ເປັນກະເສດຕະກອນຄົນຈີນທີ່ໄດ້ລ້ຽງໄກ່ ເຊິ່ງລາວໄດ້ພົບເຫັນໄຂ່ໄກ່ທີ່ມີຂະໜາດນ້ອຍໆ 1 ໜ່ວຍ ໃນຟາມຂອງລາວເຊິ່ງໂດຍປົກກະຕິແລ້ວໄຂ່ໄກ່ທົ່ວໄປຈະມີນໍ້າໜັກປະມານ 45-55 ກຣັມ ແຕ່ໄຂ່ໄກ່ໜ່ວຍນີ້ມີນໍ້າໜັກພຽງ 4 ກຣັມ ຄວາມຍາວ 1.9 ຊັງຕີແມັດ ແລະກວ້າງພຽງ 1.8 ຊັງຕີແມັດເທົ່ານັ້ນ
ແຕ່ກະນັ້ນກໍ່ຍັງໃຫຍ່ກວ່າໄຂ່ໄກ່ທີ່ມີຂະໜາດນ້ອຍທີ່ສຸດທີ່ຖຶກບັນທຶກໄວ້ໃນກິນເນສ ເວີດ໌ ເຣກຄອດ ດ້ວຍຄວາມຍາວພຽງ 1.55 ຊັງຕີແມັດ ເຊິ່ງຖຶກພົບເຫັນທີ່ບ້ານຂອງນາງສາວ Georgia Crouchman ອາຍຸ 22 ປີ ໃນມົນທົນຊັບຟອລ໌ກ ປະເທດອັງກິດ

Powered by Blogger.