Header Ads

ສ ເກົາ­ຫຼີ ສຳ­ເລັດ​ການ​ຜັນ​ຂະ­ຫຍາຍ THAAD

ຜົນ​ການ​ຊອກຫາ​ສຳລັບ THAAD

ກະ­ຊວງ​ປ້ອງ​ກັນ​ປະ­ເທດ ສ ເກົາ­ຫຼີ ແຈ້ງ​ໃຫ້​ຮູ້­ວ່າ ການ​ຜັນ​ຂະ­ຫຍາຍ “ຕາມ​ແຜນ­ການ” ສຳ­ລັບ​ລະ­ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຕຳ­ແໜ່ງ​ສູງ​ໄລ­ຍະ​ສຸດ​ທ້າຍ (THAAD) ໄດ້​ສຳ­ເລັດ​ລົງ​ແລ້ວ ໂດຍ​ເອີ້ນ​ວ່າ ນີ້​ເປັນ​ມາດ​ຕະ­ການ​ສຸກ​ເສີນ​ເພື່ອ​ຮັບ​ມື​ກັບ​ໄພ​ຄຸກ​ຄາມ​ຈາກ​ຝ່າຍ ສປປ ເກົາ­ຫຼີ.

 ແຈ້ງ​ການ​ດັ່ງ­ກ່າວ​ຖືກ​ນຳ​ອອກ​ມາ​ທັນ­ທີ ຫຼັງ​ຈາກ​ທີ່​ກອງ​ກຳ­ລັງ​ຂອງ ສ ອາ​ເມ​ຣິ​ກາ​ຢູ່​ໃນ ສ ເກົາ­ຫຼີ ເຄື່ອນ​ຍ້າຍ​ຖານ​ຍິງ​ລູກ​ສອນ​ໄຟ​ສະ­ກັດ​ຕື່ມ​ອີກ 4 ຖານ ເຂົ້າ​ໄປ​ໃນ​ຖານ​ທັບ​ໃໝ່​ຂອງ​ເຂົາ­ເຈົ້າ ຢູ່​ໃນ​ເມືອງ​ເຊ​ອອງ​ຈູ ຫ່າງ​ຈາກ​ນະ­ຄອນ­ຫຼວງ​ເຊ​ອູນ ປະ­ມານ 300 ກມ ໄປ​ທາງ​ທິດ­ໃຕ້.

 ກ່ອນ​ໜ້າ​ນັ້ນ ລົດ​ຮັບ​ໃຊ້​ການ​ທະ­ຫານ​ຂອງ ສ ອາ​ເມ​ຣິ​ກາ ປະ­ມານ 10 ຄັນ ໄດ້​ນຳ​ເອົາ​ພາ­ຫະ­ນະ​ອຸ­ປະ­ກອນ THAAD ທີ່​ໄດ້​ຮັບ​ການ​ຢັ້ງ­ຢືນ​ວ່າ ອອກ​ໄປ​ຈາກ​ຖານ​ທັບ​ອາ­ກາດ​ໂອ​ຊານ ຫ່າງ​ຈາກ​ນະ­ຄອນ­ຫຼວງ​ເຊ​ອູນ ປະ­ມານ 70 ກມ ໄປ​ທາງ​ທິດ­ໃຕ້ ມຸ່ງ​ໜ້າ​ໄປ​ຍັງ​ຖານ​ທັບ​ໃນ​ເມືອງ​ເຊ​ອອງ​ຈູ.

Powered by Blogger.