ບໍລິສັດບໍ່ທອງ ອິນເຕີ ກຣຸບ ພ້ອມຊົດເຊີຍຜົນເສຍຫາຍ ຈາກເຫດການເຂື່ອນນໍ້າເອັ້າແຕກ ທີ່ແຂວງຊຽງຂວາງ
ອີງຕາມການລາຍງານຂອງຫນັງສືພິມ
ເສດຖະກິດການຄ້າ ສະບັບວັນທີ 15 ກັນຍາ 2017 ວ່າ: ຈາກເຫດເຂື່ອນນ້ຳເອົ້າ(ນໍ້າອ້າວ) ບ້ານ
ພາ ເມືອງຜາໄຊ ແຂວງຊຽງຂວາງ ແຕກໃນວັນທີ 11 ກັນຍາ 2017 ຜ່ານມາ ເຮັດໃຫ້ນໍ້າຈຳນວນ
50ແສນແມັດກ້ອນໄຫຼຊຸເນື້ອທີ່ຂອງພໍ່ແມ່ປະຊາຊົນ ແລະ ເຮືອນຈັກຂອງເຂື່ອນໄຟຟ້ານໍ້າງຽບ2
ທີ່ຢູ່ກ້ອງເຂື່ອນດັ່ງກ່າວບໍ່ສາມາດທຳການຜະລິດໄດ້.
ຫລ້າສຸດຄະນະກຳມະການຂັ້ນສູງກາງ
ແລະ ທ້ອງຖິ່ນກໍ່ໄດ້ລົງເກັບກຳຂໍ້ມູນຜົນເສຍຫາຍ ເພື່ອປະເມີນມູນຄ່າ ໃນນັ້ນ; ມີ 2
ບ້ານທີ່ໄດ້ຮັບຜົນກະທົບໜັກ ມີເນື້ອທີ່ເສຍຫາຍ 10 ເຮັກຕາ,
ນອກນີ້ກໍ່ໄດ້ຕາລາຄາສາເຫດທີ່ເຮັດໃຫ້ເຂື່ອນນໍ້າອ້າວແຕກໃນຄັ້ງນີ້.
ທ່ານ
ບຸນທອນ ປັນແກ້ວ ຮອງເຈົ້າເມືອງທ່າໂທມ ໃຫ້ສຳພາດວ່າ: ທາງອຳນາດການປົກຄອງແຂວງ, ເມືອງ ແລະ
ບ້ານ ໄດ້ຮ່ວມກັບທາງ ບໍລິສັດໄດ້ເຮັດຂໍ້ຕົກລົງເອກະພາບ
ໃນການຊົດເຊີຍຜົນເສຍຫາຍຂອງປະຊາຊົນທັງໝົດ ແລະ
ປັດຈຸບັນແມ່ນກຳລັງເລັ່ງຈັດຕັ້ງປະຕິບັດລົງກວດກາບ້ານທີ່ໄດ້ຮັບຜົນກະທົບທັງໝົດ 8 ບ້ານ,
ແຕ່ສາມາດເກັບກຳຂໍ້ມູນໄດ້ພຽງ 2 ບ້ານຄື: ບ້ານຊຽງຄົງ ແລະ ບ້ານວຽງທອງ
ທັງສອງບ້ານໄດ້ຮັບຜົນກະທົບ ເນື້ອທີ່ນາ 10 ເຮັກຕາ ໃນ 20 ຄອບຄົວ, ໜອງປາ 4 ໜອງ, ງົວ 8
ໂຕ, ລົດໃຫຍ່ 3 ຄັນ, ລົດຈັກ 4 ຄັນ, ເຮືອນ້ອຍ 10 ລຳ, ໂຮງເຟີນິເຈີ 1 ໂຮງ, ນໍ້າລິນ 1
ແຫ່ງ, ເສົາໄຟຟ້າຫັກ 2 ຕົ້ນ,
ສ່ວນບ້ານອື່ນໆແມ່ນກຳລັງເລັ່ງເກັບກຳຂໍ້ມູນຜົນເສຍຫາຍທັງໝົດ ແລ້ວຕີເປັນມູນຄ່າການເສຍຫາຍ
ເພື່ອໃຫ້ບໍລິສັດຊົດເຊີຍຄ່າເສຍຫາຍທັງໝົດ.
ອີງຕາມບົດລາຍງານຂອງພະແນກພະລັງງານ
ແລະ ບໍ່ແຮ່ ແຂວງຊຽງຂວາງໃຫ້ຮູ້ວ່າ: ສະພາບການແຕກຫັກຂອງເຂື່ອນ ນໍ້າອ້າວ ແລະ
ຈຸດທີ່ຖືກກະທົບມີດັ່ງນີ້: ສັນເຂື່ອນຂາດປະມານ 100 ແມັດ, ນໍ້າທະລຸອອກຈາກເຂື່ອນໄປຈຳນວນ
5 ແສນແມັດກ້ອນ ລົງສູ່ນໍ້າສຽມ ບ້ານຊຽງຄົງ, ບ້ານທ່າວຽງ ເມືອງທ່າໂທມ
ແຂວງໄຊສົມບູນ.
ຕາມການສຳຫຼວດເບື້ອງຕົ້ນໃນຕອນແລງ
ວັນທີ 11 ກັນຍາ 2017 ຈາກບໍລິສັດ ບໍ່ທອງ ອິນເຕີ ກຣຸບຈຳກັດ ເຊິ່ງນໍ້າໄດ້ເຂົ້າເຮືອນຈັກ
ແລະ ຖ້ວມອຸປະກອນເຄື່ອງຈັກນໍ້າອ້າວ, ນໍ້າເຂົ້າເຮືອນຈັກນໍ້າງຽບ 2 ເຮັດໃຫ້ນໍ້າງຽບ 2
ຢຸດການຜະລິດ, ນໍ້າຖ້ວມບໍລິເວນເຂດບ້ານຊຽງຄົງ ຖະໜົນຈຸດຕໍ່າເຂດໂຮງເລື່ອຍທ່າວຽງ,
ສ່ວນຜົນກະທົບຕໍ່ຊີວິດບໍ່ມີຜູ້ທີ່ໄດ້ຮັບບາດເຈັບ ແລະ ເສຍຊີວິດ,
ສ່ວນລາຍລະອຽດໃນການເສຍຫາຍຈາກຜົນກະທົບຍັງສືບຕໍ່ກວດກາ ໃນວັນທີ 12 ກັນຍາ 2017
ໂດຍມີຄະນະກຳມະການພາກລັດທີ່ກ່ຽວຂ້ອງຈາກຂັ້ນສູນກາງ ແລະ ຂັ້ນແຂວງ
ສົມທົບກັບເຈົ້າຂອງໂຄງການກຳລັງດຳເນີນການເກັບກຳຂໍ້ມູນຜົນເສຍຫາຍ ແລະ
ປະເມີນມູນຄ່າ.
ທີ່ມາ:
ຫນັງສືພິມ ເສດຖະກິດ-ການຄ້າ