Header Ads

ກຳປູເຈຍ ຢຸດຕິການຄົ້ນຫາຊາວອາເມລິກັນສູນຫາຍໃນກຳປູເຈຍ ສະໄໝສົງຄາມຫວຽດນາມ


ຜົນ​ການ​ຊອກຫາ​ສຳລັບ USA sloder in cambodia
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ພະນົມເປນ ປະເທດກຳປູເຈຍ ເມື່ອວັນທີ 15 ກັນຍາ 2017ວ່າ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ກ່າວເມືອວັນພະຫັດທີ່ຜ່ານມາວ່າ  ໄດ້ສັ່ງການໃຫ້ໜ່ວຍງານທີ່ກ່ຽວຂ້ອງ ຢຸດຕິການຄົ້ນຫາເບາະແສຂອງພົນລະເມືອງອາເມລິກາທີ່ສູນຫາຍໃນກຳປູເຈຍໃນຊ່ວງສົງຄາມຫວຽດນາມຊົ່ວຄາວ ຈົນກວ່າສະຫະລັດ ແລະ ກຳປູເຈຍຈະສາມາດແກ້ໄຂຄວາມຂັດແຍ້ງໃນຫຼາຍຫົວຂໍ້ໄດ້ຢ່າງລຸລ່ວງ ສົມເດັດຮຸນເຊັນໄດ້ ເປີດເຜີຍວ່າ ມີພົນລະເມືອງສະຫະລັດ 80 ຄົນທີ່ສູນຫາຍໃນກຳປູເຈຍນັບຕັ້ງແຕ່ສະໄໝສົງຄາມຫວຽດນາມຢຸດຕິລົງເມື່ອປີ 1975 ໃນຈຳນວນນີ້ພົບເບາະແສແລ້ວ 32 ຄົນ.



ຄຳຖະແຫຼງການດັ່ງກ່າວໄດ້ມີຂຶ້ນຫຼັງກະຊວງການຕ່າງປະເທດສະຫະລັດປະກາດເມືອວັນພຸດທີ່ຜ່ານມາ ຈະລະງັບການອອກວິຊ່າບາງປະເພດໃຫ້ແກ່ພົນລະເມືອງກຳປູເຈຍ ແຕ່ສ່ວນໃຫຍ່ຈະມີຜົນກະທົບຕໍ່ເຈົ້າໜ້າທີ່ກະຊວງການຕ່າງ ປະເທດຂອງກຳປູເຈຍກັບຜູ່ທີ່ມີຕຳແໜ່ງລະດັບອຳນວຍການຂຶ້ນໄປ ໂດຍລັດຖະບານວໍຊິງຕັນໃຫ້ເຫດຜົນວ່າ ເປັນການຕອບໂຕ້ທີ່ີລັດຖະບານພະນົມເປນປະຕິເສດເສດການຮັບເອົາພົນລະເມືອງຂອງຕົນເອງທີ່ອາໃສຢູ່ໃນສະຫະລັດ ແບບຜິດກົດໝາຍ.
Powered by Blogger.