Header Ads

ສະ­ພາ​ຄວາມ​ໝັ້ນ­ຄົງ ສປຊ ຮັບ­ຮອງ​ມະ​ຕິ​ປິດ​ລ້ອມເທື່ອ​ໃໝ່​ ຕໍ່ ສປປ ເກົາ­ຫຼີ

ຜົນ​ການ​ຊອກຫາ​ສຳລັບ ສປປ ເກົາ­ຫຼີ


15 ປະ­ເທດ​ທີ່​ເປັນ​ສະ­ມາ­ຊິກ​ສະ­ພາ​ຄວາມ​ໝັ້ນ­ຄົງ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ໄດ້​ເຫັນ​ດີ​ເປັນ​ເອ­ກະ­ສັນ​ກັນ ໃນ​ຕອນ​ເຊົ້າ​ວັນ​ທີ 12 ກັນ­ຍາ​ນີ້ ກ່ຽວ​ກັບ​ການ​ຮັບ­ຮອງ​ມະ­ຕິ​ສະ­ບັບ​ໃໝ່ ໃນ​ການ​ເພີ່ມ​ທະ­ວີ​ຄຳ​ສັ່ງ​ປິດ​ລ້ອມ ສປປ ເກົາ­ຫຼີ ເພື່ອ​ຕອບ​ໂຕ້​ຕໍ່​ການ​ທົດ​ລອງ​ນີວ​ເຄລຍ​ຄັ້ງ​ທີ 6 ຂອງ ສປປ ເກົາ­ຫຼີ ທີ່​ມີ​ຂຶ້ນ​ເມື່ອ​ວັນ​ທີ 3 ກັນ­ຍາ​ທີ່​ຜ່ານ​ມາ.
ມະ­ຕິ​ໃໝ່​ທີ່​ໄດ້​ຮັບ​ການ​ຮັບ­ຮອງ​ດັ່ງ­ກ່າວ ເປັນ​ການ​ຮັດ​ເຄັ່ງ​ມາດ​ຕະ­ການ​ປິດ​ລ້ອມ​ຂອງ​ມະ­ຕິ​ຫຼ້າ​ສຸດ​ກ່ອນ​ໜ້າ​ນີ້ ທີ່​ໄດ້​ຮັບ­ຮອງ​ໄປ​ເມື່ອ​ວັນ​ທີ 5 ກັນ­ຍາ ແຕ່​ວ່າ “ເບົາ” ກວ່າ​ຫຼາຍ ເມື່ອ​ທຽບ­ໃສ່​ຮ່າງ​ມະ­ຕິ​ຊຶ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ອາ​ເມ​ຣິ​ກາ ປະ­ຈຳ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ນຳ​ອອກ​ມາ​ເມື່ອ​ວັນ​ທີ 6 ກັນ­ຍາ.
ມາດ​ຕະ­ການ​ປິດ​ລ້ອມ​ທີ່​ແຂງ​ແກ່ນ​ທີ່​ສຸດ​ຢູ່​ໃນ​ມະ­ຕິ​ໃໝ່​ຫຼ້າ​ສຸດ​ນີ້ ກໍ​ແມ່ນ​ຫ້າມ​ສົ່ງ​ອອກ​ສິນ­ຄ້າ​ຕັດ­ຫຍິບ​ທັງ​ໝົດ​ຂອງ ສປປ ເກົາ­ຫຼີ ຊຶ່ງ​ເມື່ອ​ປີ​ທີ່​ຜ່ານ​ມາ ຂະ­ແໜງ­ການ​ອຸດ­ສາ­ຫະ­ກຳ​ຕັດ­ຫຍິບ​ໄດ້​ນຳ​ມາ​ຊຶ່ງ​ລາຍ​ຮັບ​ເກືອບ 1 ຕື້​ໂດ​ລາ​ສະ­ຫະ­ລັດ ໃຫ້​ແກ່ ສປປ ເກົາ­ຫຼີ.
ຄຽງ​ຄູ່​ກັນ​ນັ້ນ ມະ­ຕິ​ໃໝ່​ດັ່ງ­ກ່າວ​ກໍ​ຮັກ­ສາ​ຄຳ​ສັ່ງ​ປິດ​ລ້ອມ​ແກ​ັສ​ທຳ​ມະ​ຊາດ​ໄວ້​ຄື­ເກົ່າ ແຕ່​ວ່າ​ປະ­ຕິ­ບັດ​ພຽງ​ທີ່​ລະ­ດັບ​ເພ­ດານ​ສຳ­ລັບ​ການ​ສົ່ງ​ອອກ​ນ້ຳ­ມັນ​ທີ່​ໄດ້​ປຸງ​ແຕ່ງ​ຢ່າງ​ລະ­ອຽດ ເຂົ້າ​ໄປ​ຍັງ ສປປ ເກົາ­ຫຼີ ໄວ້​ທີ່​ລະ­ດັບ 500.000 ບາ​ເຣນ ພາຍ​ໃນ​ຮອບ​ເວ­ລາ 3 ເດືອນ ໂດຍ​ໄລ່​ແຕ່​ວັນ​ທີ 1 ຕຸ­ລາ​ໜ້າ​ນີ້​ເປັນ­ຕົ້ນ​ໄປ ແລະ ທີ່​ລະ­ດັບ 2 ລ້ານ​ບາ​ເຣນ ພາຍ​ໃນ 12 ເດືອນ ນັບ​ແຕ່​ວັນ​ທີ 1 ມັງ­ກອນ​ປີ­ໜ້າ​ເປັນ­ຕົ້ນ​ໄປ ນອກ­ຈາກ​ນັ້ນ­ແລ້ວ ລະ­ດັບ​ສົ່ງ​ອອກ​ນ້ຳ­ມັນ​ດິບ​ເຂົ້າ​ໄປ​ໃນ ສປປ ເກົາ­ຫຼີ ກໍ​ຖືກ​ກຳ­ນົດ​ໄວ້​ທີ່​ລະ­ດັບ​ໃນ​ປັດ­ຈຸ­ບັນ ຄື​ທີ່ 2 ລ້ານ​ບາ​ເຣນ​ຕໍ່ 1 ປີ.
ເມື່ອ​ທຽບ­ໃສ່​ສະ­ບັບ​ຮ່າງ​ແລ້ວ ມະ­ຕິ​ໃໝ່​ທີ່​ໄດ້​ຮັບ​ການ​ຮັບ­ຮອງ​ນັ້ນ ໄດ້​ຍົກ­ເວັ້ນ​ການ​ສະ­ເໜີ​ໃຫ້​ຢຸດ­ຕິ​ຢ່າງ​ສິ້ນ​ເຊີງ​ຕໍ່​ການ​ຊຳ­ລະ​ໃຫ້​ແກ່​ແຮງ​ງານ ສປປ ເກົາ­ຫຼີ ທີ່​ພວມ​ເຮັດ​ວຽກ​ຢູ່​ຕ່າງ­ປະ­ເທດ ມະ­ຕິ​ໃໝ່​ໄດ້​ສະ­ເໜີ​ໄປ​ຍັງ​ບັນ­ດາ​ປະ­ເທດ​ທີ່​ຮັບ​ເອົາ​ແຮງ​ງານ​ຈາກ ສປປ ເກົາ­ຫຼີ ຕ້ອງ​ໄດ້​ລາຍ​ງານ​ໃຫ້​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ (ສປຊ) ກ່ຽວ​ກັບ​ຈຳ­ນວນ​ຄົນ​ຂອງ ສປປ ເກົາ­ຫຼີ ຊຶ່ງ​ເຂົາ­ເຈົ້າ​ຮັບ​ສະ­ໝັກ ລວມ​ເຖິງ​ເວ­ລາ​ສິ້ນ​ສຸດ​ສັນ­ຍາ ມະ­ຕິ​ໃໝ່​ຍັງ​ໄດ້​ຍົກ­ເລີກ​ການ​ປິດ​ລ້ອມ​ຊັບ​ສິນ ຫ້າມ​ເດີນ­ທາງ​ໄປ​ມາ​ໃນ​ທົ່ວ​ໂລກ ສຳ­ລັບ​ທ່ານ ກິມ ເຈິງ​ອູນ ຜູ້­ນຳ ສປປ ເກົາ­ຫຼີ.
ທີ່​ໜ້າ​ໃສ່­ໃຈ​ກໍ​ແມ່ນ​ມະ­ຕິ​ໃໝ່ ໄດ້​ຮຽກ­ຮ້ອງ​ການ​ຜັນ​ຂະ­ຫຍາຍ​ມາດ​ຕະ­ການ​ດ້ານ​ການ​ທູດ ໃນ​ນັ້ນ​ມີ​ການ​ຮື້​ຟື້ນ​ການ​ເຈລະ­ຈາ 6 ຝ່າຍ.

ຂໍ້ມູນຈາກ: vientianemai
Powered by Blogger.