Header Ads

ປະທານພີເອັສຕໍ່ແຫຼ ເຈົ້າໜ້າທີ່ບໍ່ຫຼາຍເລື່ອງເອົາເຂົ້າຄຸກຄ່ອຍວ່າກັນ


ປະທານບໍລິສັດພີເອັສພາຍຫຼັງທີ່ພະຍາຍາມບ່າຍບ່ຽງການຈ່າຍເງິນແກ່ປະຊາຊົນມານັບປີ ແລະໄດ້ຫາຂໍ້ອ້າງຫຼາຍຢ່າງ ເພື່ອຫຼີກລ້ຽງການຈ່າຍເງິນຄືນໃຫ້ສະມາຊິກດ້ວຍຮູບການຕ່າງໆ ປະຊາຊົນອົດບໍ່ໄຫວຈິ່ງຕັດຕັ້ງກັນເປັນກຸ່ມກ້ອນ ເພື່ອທວງເອົາເງິນຂອງຄືນນັບແຕ່ວັນທີ 11 ກັນຍາເປັນຕົ້ນມາ ຈົນວັນທີ 12 ຂອງເດືອນດຽວກັນ.



ການເຈລະຈາຂອງສອງຝ່າຍຕະຫຼອດ 2 ວັນ 11-12 ລະຫວ່າງປະທານບໍລິສັດນາງ ສຸກນາລີ ເທບສີເມືອງ(ປະທານບໍລິຫານ) ແລະປໍເຮີ່ (ປະທານຜູ້ຂຽນໂຄງການ) ຂອງບໍລິສັດພີເອັສແມ່ນບໍ່ໄປບໍ່ມາ ແຖມສະຖານະການຍັງຮ້າຍແຮງຂຶ້ນເລື້ອຍໆ ໂດຍສະເພາະການຊຸມນຸມຂອງສະມາຊິກຢຸ່ບໍລິສັດ ປະຊາຊົນບໍ່ຍອມເມືອເຮືອນຕາບໃດທີ່ໍ່ໄດ້ຄຳຕອບຈິ່ງເຮັດໃຫ້ເຈົ້າໜ້າທີ່ຕ້ອງເດັດຂາດແກ້ໄຂບັນຫານີ້ໄປຕາມຂະບວນການຂອງກົດໝາຍ.



ສະມາຊິກພີເອັສສູ້ຕາຍຈັ່ງໃດກໍ່ບໍ່ຍອມກັບບ້ານຖ້າບໍ່ໄດ້ຄຳຕອບຈາກບໍລິສັດເລື່ອງການຄືນເງິນຕົ້ນທຶນ ໂດຍການກຳນົດວັນເວລາທີ່ແນ່ນອນ.
ຈາກການເຂົ້າຮ່ວມເຈລະຈາຂອງເຈົ້າໜ້າທີ່ 2 ວັນບໍ່ລົງລອຍກັນ ແລະບໍລິສັດເອງກໍ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ ປະກອບກັບການຊຸມນຸມຂອງກຸ່ມຄົນຈຳນວນຫຼາຍ ເປັນຫ່ວງສະຖານະການບໍ່ສະຫງົບມາຮອດເວລາ 16:30 ນາທີຂອງວັນທີ 12 ກັນຍາ 2017 ເຈົ້າໜ້າທີ່ຈິ່ງຕັດສິນໃຈຄວບຄຸມຕົວປະທານບໍລິສັດພີເອັສທັງສອງຄົນໄປດຳເນີນກນສືບສວນສອບສວນຕາມຂະບວນການຂອງກົດໝາຍ.


ນີ້ຖືເປັນບົດຮຽນລາຄາແພງແກ່ປະຊາຊົນລາວທີ່ຄິດຈະສ້າງລາຍຮັບແບບງ່າຍໆ ແຕ່ໃຫ້ຈຳໄວ້ສະເໝີວ່າຂອງຟຣີບໍມີໃນໂລກ, ຝາກເງິນນອກລະບົບໃຫ້ດອກເບ້ຍສູງໆຄືສັນຍານເຕືອນຂອງການຕຸ້ມຕູນ ຫວັງວ່າປະສົບການອັນແສນເຈັບແສບຂອງບໍລິສັດລະດົມທຶນເຫຼົ່ານີ້ຈະສອນໃຫ້ພໍ່ແມ່ປະຊາຊົນຮູ້ຮັກຫອມເງິນທີ່ຫາມາດ້ວຍຢາດເຫືື່ອຫຼາຍຂຶ້ນ.
Powered by Blogger.