Header Ads

ແຂວງໄຊຍະບູລີ ແລະ ແຂວງຫຼວງພະບາງ ຖອດຖອນແລກປ່ຽນບົດຮຽນ ໃນວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ ຢູ່ເມືອງຫົງສາ

ກອງປະຊຸມຖອດຖອນແລກປ່ຽນບົດຮຽນ ລະຫວ່າງແຂວງໄຊຍະບູລີ ແລະ ແຂວງຫຼວງພະບາງ ໃນວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ ໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ 6 ກັນຍາ 2017 ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງຫົງສາ, ໂດຍການເປັນປະທານຮ່ວມຂອງ  ທ່ານ ພູມມາ ລິນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ,  ທ່ານ ພຽງຄໍາ ທໍາມະວົງ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ມີບັນດາທ່ານຮອງເຈົ້າເມືອງ ແລະ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂອງແຂວງ, ຂອງເມືອງ 2 ແຂວງດັ່ງກ່າວເຂົ້າຮ່ວມ 63 ທ່ານ.
ກອງປະຊຸມ ທ່ານ ນາງ ດາວິນ ລາດຊະກິດ ຮອງເຈົ້າເມືອງຫງສາ ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດເມືອງຫົງສາ ໄດ້ກ່າວສະແດງຄວາມຕ້ອນຮັບດ້ວຍຄວາມອົບອຸ່ນ ແລະ ເປັນກຽດຢ່າງສູງທີ່ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ, ຊຶ່ງກອງປະຊຸມຄັ້ງນີ້, 2 ແຂວງແມ່ນຈະໄດ້ຖອດຖອນບົດຮຽນກັນຫຼາຍບັນຫາກ່ຽວກັບວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດເປັນຕົ້ນແມ່ນ: ການສ້າງແຜນຍຸດທະສາດຫຼຸດຜ່ອນຄວາມສ່ຽງໄພພິບັດຂອງແຂວງ, ການແຕ່ງຕັ້ງ ແລະ ປັບປຸງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ, ເມືອງ ແລະ ບ້ານ, ການສ້າງແຜນຕອບໂຕ້ສຸກເສີນໄພພິບັດ, ການຊ່ວຍເຫຼືອບັນເທົາທຸກ ແລະ ການຟື້ນຟູຊີວິດການເປັນຢູ່ ໄລຍະສັ້ນ ແລະ ໄລຍະຍາວ, ການສ້າງກອງທຶນແຮສຸກເສີນ ແລະ ວຽກງານການຫຼຸດຜ່ອນຄວາມສ່ຽງໄພພິບັດໃນຂະແໜງການສຶກສາ ແລະ ກິລາ, ຈາກນັ້ນ, ທັງສອງຝ່າຍກໍ່ໄດ້ຜັດປ່ຽນກັນຂື້ນລາຍງານສະພາບລວມ  ການເຄື່ອນໄຫວວຽກງານປ້ອງກັນ ແລະ ຄວມຄຸມໄພພິບັດ, ບົດຮຽນການຈັດຕັ້ງປະຕິບັດວຽກງານຕອບໂຕ້ສຸກເສີນຂອງແຂວງ ແລະ ເມືອງໃນໄລຍະຜ່ານມາ ແລະ ການຈັດຕັ້ງປະຕິບັດວຽກງານກອງທຶນແຮຊ່ວຍເຫຼືອສຸກເສີນໄພພິບັດຂອງແຂວງ, ພ້ອມທັງສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ, ໃນໂອກາດດຽວກັນ, ຜູ້ແທນກອງປະຊຸມຍັງໄດ້ລົງຢ້ຽມຢາມ ການຈັດຕັ້ງປະຕິບັດກິດຈະກຳຢູ່ ບ້ານ ແທ່ນຄຳ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ແລະ ໂຮງຮຽນປະຖົມບ້ານແທ່ນຄຳ ເຊິ່ງເປັນບ້ານ ແລະ ໂຮງຮຽນເປົ້າໝາຍຂອງໂຄງການ ສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ໂດຍຜ່ານວຽກງານການສຶກສາ  ເພື່ອຮັບຟັງການລາຍງານການຈັດຕັ້ງວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນບ້ານ, ເຫດການໄພພິບັດ ແລະ ໄພອັນຕະລາຍ ແລະ ຂະບວນການຕອບໂຕ້ສຸກເສີນຂັ້ນບ້ານ, ຕິດຕາມກິດຈະກຳສະໂມສອນເດັກ ແລະ ຮ່ວມກິດຈະກຳໂຄສະນາໃຫ້ຄວາມຮູ້ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດໃນໂຮງຮຽນ ແລະ ຢ້ຽມຢາມບໍລິສັດໄຟ້າຫົງສາ ຈຳກັດຕື່ມອີກ.
ຂ່າວ: ຊາຍນະສານ ຫານສຸວິ ຫ້ອງການ ຖວທ ເມືອງຫົງສາ

Powered by Blogger.