Header Ads

ມາເບິ່ງວ່າ! “ທ່ານັ່ງ” ບົ່ງບອກເຖິງນິໄສ ຂໍ້ດີແລະຂໍ້ເສຍ


ມາເບິ່ງວ່າ! “ທ່ານັ່ງ” ບົ່ງບອກເຖິງນິໄສ ຂໍ້ດີແລະຂໍ້ເສຍ

ຈາກທ່ານັ່ງບົ່ງບອກຳໄດ້ວ່າເຈົ້າເປັນຄົນແບບໃດ

https://www.laoslike.com/wp-content/uploads/2017/09/

ມາທົດລອງກັນເລີຍວ່າມັນຈະແທ້ຊ້ຳໃດ

ເຂົ່າຕິດກັນ ຕີນຊີ້ເຂົ້າໃນ

https://www.laoslike.com/wp-content/uploads/2017/09/

ເຈົ້າເປັນຄົນມີຄວາມຄິດສ້າງສັນ ແລະ ດືງດູດຄົນເກັ່ງ ແຕ່ໃນຂະນະດຽວກັນນັ້ນອ່ອນໂຍນກໍ່ກັນ ເປັນຄົນທີ່ສາມາດເຮັດວຽກຫຼາຍໆຈັອບໄດ້ໃນເວລາດຽວກັນ ແຕ່ໃຫ້ເຈົ້າໂຟກັດກັບເລື່ອງໃດເລື່ອງໜຶ່ງມັນເປັນເລື່ອງຍາກ ເຖີງວ່າປົກກະຕິແລ້ວເຈົ້າຈະເປັນຄົນບໍ່ຄ່ອຍເວົ້າບໍ່ຄ່ອຍຄິດ ແຕ່ໝູ່ເພື່ອນກໍ່ຍັງຮັກເຈົ້າ ບາງເທື່ອເຈົ້າຈະປະມາດຄວາມຍາກລຳບາກຂອງປັນຍາ ອີກທັ້ງເຊື່ອວ່າມັນຈະຜ່ານໄປໄດ້ ແຕ່ຖ້າເຈົ້າແກ້ປັນຫາດ້ວຍຕົວເອງບໍ່ໄດ້ ເຈົ້າກໍ່ຈະເອົາເລື່ອງນັ້ນໃຫ້ຄົນອື່ນເຮັດແທນ ເພື່ອຈະໄດ້ບໍ່ເສຍເວລາຕົວເອງ ແລະ ບໍ່ເຮັດໃຫ້ຕົວເອງກົດດັນຈົນົເກີນໄປ
ນັ່ງໄຂ່ວຫ້າງ
https://www.laoslike.com/wp-content/uploads/2017/09/

ເປັນຄົນທີ່ມີຈິນຕະນາການສູງ ສະໝອງບໍ່ຢຸດຄິດ ອີກທັ້ງເຕົມໄປດ້ວຍແນວຄວາມຄິດສ້າງສັນຕະຫຼອດ ເຮັດໃຫ້ໃຜກະຮັກຄວາມຄິດເຫັນຂອງເຈົ້າ ເຈົ້າເປັນສູນກາງຂອງເພື່ອນໆ ຮັກການທ່ອງທ່ຽວ ແລະ ຮັກການຮຽນຮູ້ສິ່ງໃໝ່ໆ ການປ່ຽນແປງໃໝ່ໆ ແລະ ການປ່ຽນແປງບໍ່ແມ່ນເລື່ອງຍາກສຳລັບເຈົ້າ ເຊັ່ນ ການຕັດຜົມ ປ່ຽນບ່ອນເຮັດວຽກ ປ່ຽນບ່ອນຢູ່ ແລະ ອີກຫຼາຍໆເລື່ອງ ແລະ ເຈົ້າກໍ່ຈະບໍ່ເສຍເວລາໄປກັບເລື່ອງທີ່ເຮັດໃຫ້ເຈົ້າບໍ່ມີຄວາມສຸກ
ເຂົ່າແຍກອອກຈາກກັນ ຕີນຊີ້ໄປທາງດ້ານນອກ

https://www.laoslike.com/wp-content/uploads/2017/09/

ກ່ອນທີ່ເຮົາຈະຕັດສິນໃຈເຮັດຫຍັງຈັກຢ່າງເຈົ້າຈະຄິດຢ່າງຮອບຄອບ ຈົນເຖີງຂັ້ນຫຼາຍເລື່ອງ ຊີວິດຈະຄ່ອນຂ້າງຫຍຸ້ງຍາກວຸ່ນວາຍ ແຕ່ມັນກໍ່ເປັນໄປຕາມທີ່ເຈົ້າວາງເອົາໄວ້ ເຈົ້າບໍ່ສາມາດໂຟກັດກັບເລື່ອງໃດເລື່ອງໜຶ່ງໄດ້ ເວລາເວົ້າໆຢູ່ກໍ່ປ່ຽນຫົວຂໍ້ຕະຫຼອດ ຄົນມັກຄິດວ່າເຈົ້າເອົາຕົວເອງເປັນໃຫຍ່ ເພາະເຈົ້າບໍ່ສົນໃຈວ່າຄົນອື່ນຈະເວົ້າຫຍັງ
ຂາຕົງ

https://www.laoslike.com/wp-content/uploads/2017/09/

ເປັນຄົນບໍ່ສະແດງອອກຕໍ່ໜ້າຄົນຈຳນວນຫຼາຍ ບໍ່ມັກຜິດຖຽງກັບໃຜ ຖ້າມີໃຜມາຫາເລື່ອງຫຼືເຮັດຫຍັງກະແລ້ວແຕ່ທີ່ເຮັດໃຫ້ເຈົ້າເຫັນ ເຈົ້າຈະຮູ້ສຶກອຶດອັດ ເພາະເຈົ້າຄິດວ່າພຶດຕິກຳແບບນີ້ບໍ່ຄວນເຮັດໃຫ້ໃຜເຫັນ ບໍ່ສະແດງອອກຕໍ່ໜ້າຄົນອື່ນ
ຖ້າວ່າເຈົ້າເປັນຄົນທີ່ມັກເອົານ້ຳໜັກທັງໝົດໄວ້ຢູ່ຕີນທັ້ງສອງຂ້າງ ເຈົ້າຈະເປັນຄົນບໍ່ຄ່ອຍຢ້ານການສະແດງອາລົມຄວາມຮູ້ສຶກຂອງຕົວເອງອອກມາ ອີກທັ້ງເຈົ້າຍັງເປັນພວກມັກໂຊອັອບມັກອວດ
ຂາຂະໜານກັນແຕ່ອຽງໄປຂ້າງໆ

https://www.laoslike.com/wp-content/uploads/2017/09/

ເຈົ້າບໍ່ເຄີຍເຮັດຫຍັງເກີນກຳລັງຕົວເອງ ເຈົ້າຄິດວ່າເລື່ອງລາວທຸກສິງຢ່າງຈະເກີດຂຶ້ນໃນເວລາທີ່ເໝາະສົມ ເປັນຄົນດື້ ມຸ່ງໝັ່ນ ແລະ ບໍ່ຍອມແພ້ຫຍັງງ່າຍໆ ເຈົ້າແຄໃນຮູບລັກພາຍນອກ ແລະ ໃຊ້ເວລາຄວາມພະຍາຍາມໄປກັບດານເຮັດໃຫ້ຕົວເອງດູດີຂຶ້ນ ແຕ່ມັນກໍ່ບໍ່ສາມາດເພີ່ມຄວາມໝັ່ນໃຈໃຫ້ກັບເຈົ້າໄດ້ ຫົວໃຈເຈົ້າອ່ອນແອ ຮັບບໍ່ໄດ້ກັບຄຳວ່າວິພາກສາວິຈານຂອງຄົນອື່ນ





Powered by Blogger.