UNSC ປະຊຸມສຸກເສີນເພື່ອປຶກສາຫາລືປະເດັນເກົາຫຼີເໜືອຍິງຂີປະນາວຸດໃນເຊົ້າມື້ນີ້ !
ສໍານັກຂ່າວຕ່າງປະເທດລາຍງານວ່າ
: ຄະນະມົນຕີຄວາມໝັ້ນຄົງສະຫະປະຊາຊາດ (UNSC ) ກຽມປະຊຸມຊຸກເສີນຕາມຄໍາຮຽກຮ້ອງຂອງ ສ.
ອາເມລິກາ ແລະ ຢີ່ປຸ່ນ
ເພື່ອເພື່ອປຶກສາຫາລືເລັ່ງດ່ວນກ່ຽວກັບປະເດັນເກົາຫຼີເໜືອຍິງຂີປະນາວຸດຫຼ້າສຸດໃນເຊົ້າມື້ນີ້
(15 ກັນຍາ 2017 ) ໂດຍຂີປະນາວຸດດັ່ງກ່າວລອຍຂ້າມຜ່ານປະເທດຢີ່ປຸ່ນ
ແລ້ວໄປຕົກສົ່ງມະຫາສະໝຸດປາຊີຟິກ ເຊິ່ງກອງປະຊຸມໄດ້ກໍານົດໃນເວລາ 15 :00 ນາທີ
(ເວລາທ້ອງຖິ່ນ) ທີ່ນະຄອນນິວຢອກ ສ. ອາເມລິກາ.
ທ່ານ
ເຣັກຊ ທິລເລີສັນ (Rex W.
Tillerson) ລັດຖະມົນຕິຕ່າງປະເທດ ສ. ອາເມລິກາ ອອກມາຮຽກຮ້ອງໃຫ້ທຸກປະເທດ ລວມທັງ
ສປ ຈີນ ແລະ ຣັດເຊຍ ກົດດັນເກົາຫຼີເໜືອກວ່າເກົ່າ ເຊິ່ງ ທ່ານ ເຣັກຊ ທິລເລີສັນ ກ່າວວ່າ
ເກົາຫຼີເໜືອຍັງຄົງເດີນໜ້າໂຄງການທົດລອງຂີປະນາວຸດອັນເປັນການກະທໍາຍົວະຍຸ ໃນຂະນະທີ່ທາງ
ສປ ຈີນ ຍັງຄົງສົ່ງນໍ້າມັນໃຫ້ກັບ ເກົາຫຼີເໜືອ ແລະ ຣັດເຊຍ
ກໍຍັງຈ້າງແຮງງານຈາກເກົາຫຼີເໜືອເປັນຈໍານວນຫຼວງຫຼາຍ
ໂດຍລະບຸຕື່ມວ່າທັງສອງປະເທດນີ້ຕ້ອງມີມາດຕະການກົດກັນເກົາຫຼີເໜືອຫຼາຍກວ່ານີ້.
ສໍາລັບການຍິງຂີປະນາວຸດຄັ້ງຫຼ້າສຸດແມ່ນເກີດຂື້ນພາຍຫຼັງທີ່ຄະນະມົນຕີຄວາມໝັ້ນຄົງສະຫະປະຊາຊາດ
(UNDC) ມີມະຕິຄວໍ່າບາດເກົາຫຼີເໜືອຮອບໃໝ່ຈາກເຫດທີ່ເກົາຫຼີເໜືອທົດສອບນິວເຄຼຍຄັ້ງທີ 6 ໃນວັນທີ 3 ກັນຍາ ຜ່ານມາ.
ຂອບໃຈແຫຼ່ງຂ່າວ ; ໂຕະນໍ້າຊາ
| tonamcha.com