Header Ads

ຣັດເຊຍ ບໍ່ສະໜັບສະໜູນຂໍ້ສະເໜີຂອງອາເມລິກາໃນການປະຕິຮູບສະຫະປະຊາຊາດ


(VOVWORLD) -ວັນທີ 18 ກັນຍາ, ທ່ານ Leonid Slutsky ປະທານຄະນະກຳມະການບັນດາບັນຫາສາກົນທີ່ຂຶ້ນກັບ Duma ແຫ່ງຊາດ (ຫຼືສະພາຕ່ຳ) ຣັດເຊຍ ຖືວ່າ, ບັນດາຂໍ້ສະເໜີຂອງອາເມລິກາ ກ່ຽວກັບການປະຕິຮູບສະຫະປະຊາຊາດແມ່ນບາດກ້າວມຸ່ງໄປເຖິງຄວາມເປັນລະບຽບຮຽບຮ້ອຍໂລກຂົ້ວດຽວ ແລະ ມົດສະກູ ຈະບໍ່ສະໜັບສະໜູນສິ່ງດັ່ງກ່າວ.


ຢູ່ນອກວາລະກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 72, ທ່ານ Slutsky ໃຫ້ຮູ້ວ່າ: ຣັດເຊຍ ຖືບັນດາຂໍ້ສະເໜີຂອງອາເມລິກາ ກ່ຽວກັບການປະຕິຮູບສະຫະປະຊາຊາດແມ່ນບາດກ້າວໃຫຍ່ໃນ “ລະບົບອົງການຈັດຕັ້ງຂອງອາເມລິກາ” ເພື່ອມຸ່ງໄປເຖິງຄວາມເປັນລະບຽບຮຽບຮ້ອຍຂອງໂລກຂົ້ວດຽວ, ຫຼຸດຜ່ອນບົດບາດຂອງສະຫະປະຊາຊາດໃນໂຄງປະກອບຂອງສະຕະວັດທີ 21.


 ເຖິງຢ່າງໃດກໍ່ຕາມ, ຣັດເຊຍ ບໍ່ທັນກຽມພ້ອມສະໜັບສະໜູນ ຫຼື ອອກຖະແຫຼງເຂົ້າຮ່ວມວິວັດທະນາການນີ້. ກ່ອນໜ້ານັ້ນ, ຢູ່ສຳນັກງານສະຫະປະຊາຊາດທີ່ນິວຢອກ, ອາເມລິກາ, ທ່ານປະທານາທິບໍດີອາເມລິກາໂດໂນທຣຳ  ໄດ້ເປັນເຈົ້າພວມຈັດຕັ້ງເຫດການປຶກສາຫາລືຂັ້ນສູງກ່ຽວກັບການປະຕິຮູບສະຫະປະຊາຊາດ.


ທ່ານ ທຣຳຖືວ່າ:ອາເມລິກາ ບໍ່ທັນເຫັນໝາກຜົນຂອງການເຄື່ອນໄຫວທີ່ເໝາະສົມກັບການລົງທຶນຂອງອາເມລິກາ ໃຫ້ອົງການນີ້ ແລະ ສະປະຊາຊາດບໍ່ຄວນສືບຕໍ່ຮັກສາບັນດາການເຄື່ອນໄຫວເກົ່າທີ່ບໍ່ມີປະສິດທິຜົນອີກ.
Powered by Blogger.