Header Ads

ປະທານາທິບໍດີ ປູຕິນ ເດີນທາງມາຕິດຕາມເບິ່ງການຊ້ອມຮົບ ດ້ວຍຕົນເອງ ເພື່ອສັງເກດການໃຫ້ທັນທວງທີ !

ສຳນັກຂ່າວເອພີລາຍງານວ່າ: ໃນວັນທີ 18 ກັນຍາ 2017 ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ເດີນທາງມາຕິດຕາມເບິ່ງການຊ້ອມຮົບປະຈຳປີ 2017

ຣັດເຊຍເລີ່ມເປີດການຊ້ອມຮົບຄັ້ງໃຫຍ່ ເມື່ອວັນທີ13 ກັນຍາຜ່ານມາ ທີ່ປະເທດເບລາຣຸສ ເຊິ່ງເປັນການ
ຊ້ອມຮົບປະຈຳປີ2017 ເຮັດໃຫ້ກຸ່ມນາໂຕ້ ຫນາວໆຮ້ອນໆ ທ່າມກາງຄວາມຕຶງຄຽດລະຫວ່າງຣັດເຊຍ
ກັບຝ່າຍຕາເວັນຕົກທີ່ເພີ່ມທະວີຂຶ້ນ.



 ຝ່າຍຄວາມໝັ້ນຄົງຂອງຣັດເຊຍກ່າວວ່າ: ການຊ້ອມຮົບຂອງຣັດເຊຍຄັ້ງນີ້ ມີທະຫານເຂົ້າຮ່ວມ 12.700ຄົນ, ຍົນ 70 ລຳ, ລົດເກາະລົດຖັງ250ຄັນ ແລະ ເຮືອຮົບອີກ10ລໍາ.

ການຊ້ອມຮົບຄັ້ງນີ້ ແມ່ນໃຊ້ຮູບແບບຈຳລອງການໂຈມຕີ ຕ້ານການຮຸກຮານຈາກຝ່າຍຕາເວັນຕົກ




























Powered by Blogger.