Header Ads

ໝາກຍໍ ສະໝຸນໄພບູຮານ ຕ້ານມະເຮັງ



ຮູບ​ທີ່​ກ່ຽວ​ຂ້ອງ


ຕົ້ນຍໍເປັນສະໝຸນໄພທີ່ນິຍົມໃຊ້ເປັນຢາຕາມຕຳລັບຢາບູຮານມາຕັ້ງແຕ່ສະໄໝກ່ອນ ໂດຍສາມາດນຳມາໃຊ້ປະໂຫຍດໄດ້ທັ້ງຮາກ ເປືອກ ໃບ ແລະ ໝາກ
ຊາວຈີນ ຢີ່ປຸ່ນ ອິນເດຍ ອິນໂດເນເຊຍ ແລະ ປະເທດໃນແຖບເອເຊຍຕາເວັນອອກສຽງໃຕ້ ເພື່ອໃຊ້ໃນການຮັກສາໂລກຕ່າງໆ
ຕົ້ນຍໍເປັນພືດໄມ້ຕັ້ນຂະໜາດນ້ອຍທີ່ນິຍົມປູກຊ່ວງຕົ້ນລະດູຝົນໃນແຖບເອເຊຍເຂດຮ່້ອນ ສາມາດຂຶ້ນໄດ້ກັບດິນທຸກຊະນິດ ໂດຍປົກກະຕິຈະບໍນິຍົມຮັບປະທານໃບສົດໆ ນອກຈາກຈະໃຊ້ວິທີການໜຶ້ງໂດຍຮອງກົ້ນຫໍ່ຫມົກຮັບປະທານ ສ່ວນໃບອ່ອນນຳມາລວກກິນກັບອາຫານກໍ່ໄດ້ ຫຼື ຊອຍຝອຍໆ ສຳລັບໃສ່ແກງເຜັດກໍ່ໄດ້
ສານອາຫານໃນຕົ້ນຍໍ
ຕົ້ນຍໍສ່ວນທີ່ເປັນໃບຫຼືທີ່ເຮົາເອີ້ນວ່າ “ໃບຍໍ” ອຸດົມໄປດ້ວຍຄຸນຄ່າທາງອາຫານ ໃບຍໍປະລິມານ 100 ກຮາມ ຈະມີປະລິມານວິຕາມິນຊີ 76 ມິນລີກຮາມ ຫຼາຍກວ່າໝາດນາວສອງເທົ່າ ມີແຄວຊຽມ 350 ມິນລີກຮາມ ຫຼາຍກວ່ານົມເຖີງສາມເທົ່າ ແລະ ຍັງມີວິຕາມິນເອ ທາດເຫຼັກ ແລະ ຟອດຟໍຮັດໃນປະລິມານທີ່ສູງອີກດ້ວຍ ເໝາສຳລັບຜູ່ຍິງໄວໝົດປະຈຳເດືອນໃນການສະສົມແຄວຊຽມ ເພື່ອປ້ອງກັນໂລກກະດູກພ່ອຍ
ປະໂຫຍດໃນການຕ້ານມະເຮັງ
ນອກຈາກນີ້ຍັງເຕັມໄປດ້ວຍ Antioxidant  ຫຼື ສານຕ້ານອະນຸມູນອິດສະຫຼະທີ່ຊ່ວຍເສີມສ້າງປະຕິກິລິຍາຊີວະເຄມີໃນເຊວໃຫ້ດີຂຶ້ນ ຊ່ວຍບຳລຸງເຊວທີ່ຖືກທຳລາຍ ແລະ ຟື້ນຟູເຊວທີ່ເສື່ອມໂຊມໃຫ້ມັນມີຊີວິດຊີວາ ເຮັດໃຫ້ເຊວມີກຳລັງ ແລະ ກຳຈັດສານພິດໃນເຊວອອກໄປ ຈື່ງສາມາດຊ່ວຍຊະລໍຄວາມເສື່ອມຂອງຮ່າງກາຍ ແລະ ຊ່ວຍຕ້ານໂລກມະເຮັງ ໂດຍຍັບຍັ້ງຫານປ່ຽນແປງຂອງເຊວປົກກະຕິບໍ່ໃຫ້ກາຍເປັນເຊວມະເຮັງໄດ້
ຜົນການວິໄຈໝາກຍໍທີ່ມີຕໍ່ໂລກມະເຮັງ
ມີຜົນການວິໄຈໃນຕ່າງປະເທດພົບວ່າ ໝາກຍໍສາມາດຊ່ວຍເສີມສ້າງລະບົບພູມຕ້ານທານໃຫ້ກັບຮ່າງກາຍໄດ້ ໂດຍຈະເຂົ້າໄປຄວບຄຸມການເຮັດວຽກຂອງເຊວຕ່າງໆ ແລະ ເຊວທີ່ງອກໃຫຍ່ຖືກທຳລາຍ ໂດຍຜູ້ປ່ວຍສາມາດຮັບປະທານໝາກຍໍຮ່ວມກັບຢາອື່ນໆໄດ້ ມັນບໍ່ມີປະຕິກິລິຍາທາງດ້ານລົບຫຼືມີຜົນຂ້າງຄຽງ
ແຕ່ວ່າຫ້າມໃຊ້ກັບຜູ່ຍິງທີ່ຖືພາ ເນື່ອງຈາກມີຜົນກະທົບໂດຍກົງຕໍ່ລະບົບການໝຸນວຽນຂອງໂລຫິດໃນທ້ອງ ເຊີ່ງອາດຈະເຮັດໃຫ້ແທ້ງໄດ້ ລວມເຖີງຜູ້ປ່ວຍເປັນໂລກຫົວໃຈວາຍຊ້ຳເຮື້ອບໍ່ຄວນຮັບປະທານນ້ຳໝາກຍໍ ເພາະວ່າທາດໂພແທັດຊຽມສູງ
Powered by Blogger.