Header Ads

ຍົນຖະໄຫລອອກນອກລັນເວ ສະຫນາມບິນມຸມໄບ


ຫລາຍຖ້ຽວບິນຕ້ອງປ່ຽນເສັ້ນທາງຈາກສະຫນາມບິນເມືອງມຸມໄບປະເທດອິນເດຍ ຫລັງຍົນໂດຍສານຂອງສາຍການບິນສະໄປເຈັດແລ່ນອກນອກລັນເວ ແລະ ໄປຕິດພື້ນຂີ້ຕົມເຫດເພາະຝົນຕົກຫນັກ

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງມຸມໄບ ປະເທດອິນເດຍເມື່ອວັນທີ 20 ກັນຍາວ່າ: ຖະແຫລງການຂອງສາຍການບິນສະໄປຈັດລະບຸວ່າຍົນໂດຍສານຂອງສາຍການບິນສະໄປເຈັດຈາກເມືອງພາຣານສີ ມຸ່ງຫນ້າສູ່ເມືອງມຸມໄບ ສູນກາງດ້ານເສດຖະກິດທີ່ສຳຄັນຂອງອິນເດຍ ເມື່ອເວລາປະມານ 22:00 ຂອງຄືນວັນອັງຄານທີ່ຜ່ານມາຕາມເວລາທ້ອງຖິ່ນ ໄດ້ເກີດເຫດຍົນແລ່ນຖະໄຫລອອກນອກລັນເວຂະນະພະຍາຍາມລົງຈອດທີ່ສະຫນາມບິນເມືອງມຸມໄບ ແລ້ວໄປ ຕິດພື້ນຂີ້ຕົມ ສາເຫດເພາະມີຝົນຕົກລົງມາຍ່າງຫນັກ ເຮັດໃຫ້ພື້ນລັນເວມື່ນ ແນວໃດກໍ່ຕາມເຈົ້າຫນ້າທີ່ສາມາດອົບພະຍົບຜູ້ໂດຍສານທັງຫມົດ 183ຄົນອອກຈາກຍົນໄດ້ຍ່າງປອດໄພ ດັ່ງນັ້ນເມື່ອລັນເວຫລັກຂອງສະຫນາມບິນບໍ່ສາມາດ ໃຊ້ການໄດ້ເພາະຝົນຕົກຫນັກ ຈື່ງຕ້ອງໃຊ້ລັນເວທີ່ສອງ ເຊິ່ງສາມາດໃຫ້ບໍລິການໄດ້ໃນຈຳນວນຈຳກັດຂອງຖ້ຽວບິນຂື້ນລົງ ເຈົ້າຫນ້າທີ່ພະຍາຍາມທີ່ຈະຫາທາງເຄື່ອນຍ້າຍຍົນຂອງສາຍການບິນສະໄປເຈັດ ທີ່ເກີດບັນຫາອອກໄປເພື່ອໃຫ້ ໃຊ້ລັນເວໄດ້

ສະຖານທີ່ການສຶກສາ ທັງໂຮງຮຽນ ແລະ ວິທະຍາໄລ ໄດ້ປິດການຮຽນການສອນ ເພື່ອປ້ອງກັນພາຍຸຝົນຟ້າຄະນອງຕົກຫັນກ ແລະ ຍັງຍ້ານວ່າອາດຈະເກີດນໍ້າຖ້ວມເປັນບໍລິເວນກວ້າງ

ລາຍງານລະບຸອີກວ່າ: ຖ້ຽວບິນອີກ 56ຖ້ຽວບິນ ຈື່ງຕ້ອງປ່ຽນເສັ້ນທາງບິນໄປລົງທີ່ສະຫນາມບິນອື່ນແທນ ເພື່ອຄວາມປອດໄພ ນອກຈາກນັ້ນແລ້ວກໍ່ຍັງມີອີກຫລາຍຖ້ຽວບິນທີ່ຕ້ອງຍົກເລີກ ຂະນະທີ່ຜູ່ໂດຍສານໄດ້ຮັບແຈ້ງວ່າ: ຍົນຂາອອກອາດຕ້ອງລ່າຊ້າກວ່າກຳນົດເກົ່າ ສາເຫດເພາະສະພາບອາກາດບໍ່ເອື້ອອຳນວຍ



 
Powered by Blogger.