Header Ads

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມ ຢາມສະຫະພັນ ຣັດເຊຍ ຢ່າງເປັນທາງ ການ



ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ ຂອງທ່ານ ນາຍົກລັດຖະມົນຕີ​ແຫ່ງ ສະຫະພັນຣັດ​ເຊຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນໍາພາຄະນະຜູ້​ແທນ​ເດີນທາງ​ໄປຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ, ໃນລະຫວ່າງວັນທີ 26-27 ກັນຍາ 2017 ນີ້, ຊຶ່ງ​ການ​ຢ້ຽມຢາ​ມດັ່ງກ່າວ ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ທີ່​ສຳຄັນໃຫ້ແກ່ການ​ເສີມ​ຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່​ມີມາ​ແຕ່​ດົນ​ນານ ລະຫວ່າງສອງປະເທດ ທີ່​ໄດ້​ຮັບ​ການ​ພັດທະນານັບ​ມື້​ນັບ​ກ້ວາງ​ຂວາງ ​ແລະ ມີ​ຄວາມ​ເລິກ​ເຊິ່ງຂຶ້ນ​ເລື້ອຍໆ ນັບແຕ່ສອງ​ປະ​ເທດ​ໄດ້ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ນຳ​ກັນ ມາຕັ້ງ​ແຕ່​ວັນ​ທີ 07 ຕຸລາ 1960 ເປັນ​ຕົ້ນ​ມາ.

ໃນ​ໂອກາດ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານນາຍົກລັັດຖະມົນຕີ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍຢ່າງເປັນທາງການ ກັບ ທ່ານ ເດີມີຕລີ ເມດເວ​​ແດບ ນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ, ພາຍ​ໃຕ້​ບັນຍາກາດ​ແຫ່ງ​ຄວາມສະໜິດ ສະໜົມ, ​​ໄມຕີ​ຈິດ ​ແລະ ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ ເຊິ່ງກັນ ​ແລະ ກັນ. ກ່ອນ​ອື່ນ​ໝົດ, ສອງຝ່າຍໄດ້ທົບ​ທວນຄືນ ​ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່​ເປັນ​ມູນ​ເຊື້ອອັນດີງາມ ທີ່ມີມາແຕ່ຍາວນານ, ບົນພື້ນຖານ​ແຫ່ງ​ຄວາມໄວ້ເນື້ອເຊື່ອໃຈ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ທັງການເປັນ ຄູ່ຮ່ວມມືຍຸດທະສາດ ນຳກັນ​ໃນ​ຂົງ​ເຂດ​ອາຊີ-ປາຊີ​ຟິກ. ສອງ​ທ່ານ ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ ການ​ພົວພັນ ​ແລະ ຮ່ວມ​ມື​ດັ່ງກ່າວ ​ແມ່ນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ສືບ​ຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຊຶ່ງສະ​ແດງ​ອອກ​ໃນ​ການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ຂອງ​ການ​ນຳ​ສອງ​ປະ​ເທດ​ໃນ​ທຸກ​ລະດັບ​ໃນ​ໄລຍະ​ຜ່ານ​ມາ.

ໃນ​ອະນາຄົດ​ສອງປະເທດ ມີ​ຄວາມ​ມຸ່ງ​ຫວັງ​ ທີ່​ຈະ​ອອກ​ແຮງ​ເພີ່ມທະວີການ​ພົວພັນ​ຮ່ວມ​ມື​ທີ່​ມີແລ້ວນັ້ນ​ໃຫ້​ດີຍິ່ງໆ​ຂຶ້ນ ແລະ ມີໝາກຜົນ​ກວ່າ​ເກົ່າ ເພື່ອຍົກ​ລະດັບ​ການ​ພົວພັນ​ສອງຝ່າຍ​ໃຫ້ຂຶ້ນສູ່ລະດັບ​ສູງ​ໃນ​ໄລຍະ​ໃໝ່, ສີືບຕໍ່ໃຫ້ ການຊ່ວຍ ເຫລືອເຊິ່ງກັນ ແລະ ກັນ​ດ້ວຍການຊຸກຍູ້ການ ຮ່ວມມືໃນຂົງ ເຂດ​ເສດຖະກິດ-ການ​ຄ້າ, ການ​ລົງທຶນ, ພະລັງງານ, ການ​ສຶກສາ, ວັດທະນະທຳ, ສາທາລະນະສຸກ, ວິທະຍາສາດ-ເຕັກ​ໂນ​ໂລ​ຊີ, ການທ່ອງທ່ຽວ, ໂທລະຄົມມະນາຄົມ, ການທະຫານ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ຄວາມສົນໃຈຮ່ວມກັນ; ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນລະດັບສູງ ຕະຫລອດຮອດລະດັບວິຊາການ, ລວມທັງລະຫວ່າງສອງ​ລັດ ສະພາ​ແຫ່ງ​ຊາດ ​ແລະ ນະຄອນຫລວງ​ ເພື່ອຜັນຂະຫຍາຍຜົນການຢ້ຽມຢາມ ແລະ ຊຸກຍູ້ບັນດາສັນຍາຮ່ວມມືກັນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ​ເປັນ​ຮູບ​ປະ​ທຳ.

ພາຍຫລັງສຳເລັດການພົບປະ, ​ສອງ​ຝ່າຍໄດ້​ລົງ​ນາມ​ໃນ​​ເອກະສານຮ່ວມ​ກັນ ​ຈຳນວນ 7 ສະບັບ ເປັນ​ຕັ້ນ​ ແມ່ນສົນທິສັນຍາ​ ລະຫວ່າງ ສປປ ລາວ ​ແລະ ສະຫະພັນຣັດ​ເຊຍ ວ່າ​ດ້ວຍການ​ໂອນ​ຕົວ​ນັກ​ໂທດ​, ສັນຍາລະຫວ່າງ​ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ສະຫະພັນຣັດ​ເຊຍ ​ວ່າ​ດ້ວຍ ​ການ​ຂົນ​ສົ່ງ​ທາງ​ອາກາດ​, ເອກະສານ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ພະລັງງານ ​ແລະ ບໍ່​ແຮ່ 3 ສະບັບ, ​ເອກະສານ​ໃນວຽກ​ງານ​ການ​ສ້າງ​ຄວາມ​ອາດ​ສາມາດ ​ໃຫ້​ແກ່​ພະນັກງານ​ໃນ​ວຽກງານ​ການ​ຕ້ານ​ການ​ຟອກ​ເງິນ ​ແລະ ຕ້ານ​ການ​ສະໜອງທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ​​ 1 ສະບັບ ແລະ ເອກະສານ​ຮ່ວມ​ມື​ທາງ​ດ້ານ​​ເຕັກນິກການ​ທະຫານ 1 ສະບັບ. ຫລັງ​ຈາກ​ນັ້ນ ໄດ້ມີການຖະແຫລງຂ່າວຮ່ວມກັນ ຕໍ່ສື່ມວນຊົນ ກ່ຽວກັບຜົນຂອງການພົບປະ ແລະ ຜົນສຳເລັດຂອງການຢ້ຽມຢາມທາງການຢູ່ ສະຫະພັນຣັດເຊຍ ໃນຄັ້ງນີ້, ຊຶ່ງ​ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລ້ຳຄ່າ ຂອງລັດຖະບານຣັດເຊຍ ໃຫ້ແກ່ ສປປ ລາວ ໃນໄລຍະທີ່ຜ່ານມາ ກໍຄືໃນປັດຈຸບັນ.

ນອກຈາກ​ນັ້ນ, ໃນໂອກາດຢ້ຽມຢາມດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ພົບປະກັບປະທານສະພາສະຫະພັນ ​ແຫ່ງ ສະຫະພັນຣັດເຊຍ (ສະພາສູງ) ທ່ານ ນາງ ວາເລັນຕີນາ ມັດວຽນໂກ, ພົບປະກັບປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ​ແລະ ຢ້ຽມຢາມສະຖານທີ່ວັດທະນະທໍາຂອງຣັດເຊຍ ຈໍານວນໜຶ່ງ. ການຢ້ຽມຢາມ ສະຫະພັນຣັດເຊຍ ຂອງຄະນະຜູ້ແທນ ນຳໂດຍທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນຄັ້ງນີ້, ໄດ້ຮັບຜົນສຳເລັດ ຕາມຄາດໝາຍ​ທີ່​ໄດ້​ວາງ​ໄວ້.


ຂໍ້ມູນຈາກ:​ສຳນັກຂ່າວສານປະເທດລາວ
Powered by Blogger.