Header Ads

ລັດຖະບານລາວ ຢືນຢັນວ່າຈະບໍ່ອະນຸຍາດໃຫ້ນໍາເອົາດິນ ແລະ ແຮ່ຕ່າງໆຈາກການຂຸດເຈາະໃນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນອອກນອກປະເທດເດັດຂາດ


  ລັດຖະບານລາວ ຢືນຢັນວ່າຈະບໍ່ອະນຸຍາດໃຫ້ນໍາເອົາດິນ ແລະ ແຮ່ຕ່າງໆຈາກການຂຸດເຈາະໃນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນອອກນອກປະເທດເດັດຂາດ ພ້ອມແຕ່ງຕັ້ງໜ່ວຍງານພິເສດລົງຕິດຕາມກວດກາ ແລະ ເຮັດວຽກຮ່ວມກັນເພື່ອສ້າງຄວາມໂປ່ງໃສໄລຍະຜ່ານມາໄດ້ມີຫາງສຽງຈາກກຸ່ມຄົນຈໍານວນໜຶ່ງໄດ້ເຜີຍແຜ່ຂໍ້ມູນຂ່າວສານ ແລະ ນໍາສະເໜີຂໍ້ມູນບິດເບືອນກັບວ່າຄວາມເປັນຈິງໂດຍອ້າງວ່າ: ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນນັ້ນອາດມີການລັກລອບຂົນດິນ ແລະ ແຮ່ທາດມີຄ່າຈາກຂຸດເຈາະອູບມຸງອອກໄປຂາຍຕ່າງປະເທດ. 
      ຫລ້າສຸດ ທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ,ຫົວໜ້າຄະນະປະສານງານໂຄງການທາງລົດໄຟລາວ-ຈີນໄດ້ຊີ້ແຈງລະຫວ່າງກອງປະຊຸມເຜີຍແຜ່ ເອກະສານກ່ຽວກັບໂຄງການເສັ້ນທາງລົດໄຟດັ່ງກ່າວໃນວັນທີ 10 ສິງຫາ 2016 ຢູ່ ນະຄອນຫລວງວຽງຈັນວ່າ : ລັດຖະບານລາວຈະບໍ່ອະນຸຍາດໃຫ້ມີການຂົນປະເພດດິນ ແລະ ແຮ່ທາດຕ່າງໆຈາກການຂຸດເຈາະໃນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນອອກນອກປະເທດເດັດຂາດ ຂະນະທີ່ ລັດຖະບານໄດ້ພິຈາລະນາ ແລະ ຊອກຫາສະຖານທີ່ເໝາະສົມທີ່ສຸດເພື່ອນໍາເອົາເສດດິນ ແລະ ແຮ່ຫີນຕ່າງໆໄປໄວ້ຢ່າງລະອຽດແລ້ວ.
      ແນວໃດກໍດີ ໂຄງການກໍ່ສ້າງເສັ້ນທາງລົດດັ່ງກ່າວມີຄວາມຍາວທັງໝົດ 427 ກິໂລແມັດ ໃນນັ້ນການຂຸດເຈາະອູບມຸງ 72 ແຫ່ງ, ກໍ່ສ້າງຂົວ 170 ແຫ່ງ ແລະ ອື່ນໆ.ໂຄງການລົດໄຟລາວ-ຈີນນີ້ ແມ່ນໄດ້ອອກແບບເປັນລົດໄຟມາດຕະຖານຊັ້ນI, ເສັ້ນທາງດ່ຽວ, ການກຳນົດຄວາມເນີນອອກແບບສູງສຸດຂອງໂຄງການແມ່ນ 1.2% ຢູ່ເຂດທົ່ງພຽງ, 2.4%ເຂດພູສູງ, ເຕັກນິກການອອກແບບແມ່ນອີງໃສ່ພູມີປະເທດເປັນຫລັກໃນນີ້ແບ່ງການ ອອກແບບເປັນ 2 ຊ່ວງຄື : ບໍ່ເຕ່ນ-ວັງວຽງ ເປັນເຂດພູຜາຊັນ ແລະ ວັງວຽງ-ນະຄອນຫລວງວຽງຈັນ ເປັນເຂດທົ່ງພຽງ , ຄວາມໄວຂອງລົດໄຟແມ່ນອີງໃສ່ການ ຄິດໄລ່ປະສິດທິຜົນສູງສຸດໃນການບໍລິການຂົນສົ່ງໂດຍສານ - ສິນຄ້າ ເຊິ່ງນຳໃຊ້ລາງຮ່ວມ ກັນ, ອີງໃສ່ບົດຮຽນຂອງຫລາຍປະເທດ ແລະ ເພື່ອຮັບປະກັນຄວາມປອດໄພ ການກຳນົດຄວາມໄວອອກແບບສຳລັບຂົນສົ່ງໂດຍສານທີ່ມີປະສິດຕິຜົນ ສະເພາະ ເຂດພູ ດອຍແມ່ນ 160 ກມ/ຊມ, ເຂດທົ່ງພຽງ ຊ່ວງວັງວຽງ-ນະຄອນຫລວງວຽງຈັນ 200 ກມ/ຊມ ໃນອະນາຄົດ, ຄວາມໄວສຳລັບການຂົນສົ່ງສິນຄ້າ 120 ກມ/ຊມ, ລະບົບການຂັບເຄື່ອນຂະບວນລົດໄຟແມ່ນນຳໃຊ້ພະລັງງານໄຟຟ້າ ແລະ ມີຄວາມສາມາດຮອງຮັບນ້ຳໜັກໄດ້ເຖິງ 3000 ໂຕນໃນໄລຍະເລີ່ມຕົ້ນ, ສາມາດເພີ່ມຂຶ້ນເປັນ 4000 ໂຕນ ໃນໄລຍະຍາວ.
       ທ່ານ ລັດຕະນະມະນີ ຄູນນິວົງ ກ່າວຕື່ມວ່າ: ລັດຖະບານ ສປປ ລາວ - ສປ ຈີນ ສຳລັບໂຄງສ້າງການລົງທຶນ ສອງຝ່າຍ ຈະໄດ້ສ້າງຕັ້ງບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໂດຍຝ່າຍລາວຖືຮຸ້ນ 30%, ຈີນ 70% , ມີມູນຄ່າການລົງທຶນທັງໝົດຂອງໂຄງການແມ່ນປະມານ 5,956 ລ້ານໂດລາສະຫະລັດ, ໄລຍະທີ່ສາມາດແທນທຶນຄືນທັງໝົດຂອງການລົງທຶນແມ່ນ 35 ປີ (ລວມທັງໄລຍະການກໍ່ສ້າງ).
ທີ່ມາ : Support PM Thongloun Sisulith


Powered by Blogger.