Header Ads

ໂຮງງານຜະລິດພຸໃນອິນເດຍລະເບີດ ຄົນງານດັບ 8ຄົນ ບາດເຈັບອີກ 20ຄົນ

ລາຍງານວ່າ: ເຈົ້າຫນ້າທີ່ຕຳຫລວດອິນເດຍເປີດເຜີຍເມື່ອວັນພະຫັດທີ່ຜ່ານມາວ່າ: ເກີດເຫດລະເບີດທີ່ໂຮງງານຜະລິດດອກໄມ້ໄຟທີ່ບໍ່ມີໃບອານຸຍາດແຫ່ງຫນື່ງ ໃນເມືອງບາລາຊໍ ລັດໂອຣິສສາ

ທາງຕາເວັນອອກຂອງອິນເດຍ ສົ່ງຜົນໃຫ້ມີຄົນງານເສຍຊີວິດ 8ຄົນ ແລະ ໄດ້ຮັບບາດເຈັບອີກ 20ຄົນ ຂະນະທີ່ຊາວຮິນດູກຳລັງສະຫລອງເທດສະການດິວາລີ ເຊິ່ງເປັນເທດສະການສຳຄັນຂອງຊາວຮິນດູເປັນທັງປີໃຫມ່ຂອງອິນເດຍ ແລະ ວັນບູຊາພະແມ່ລັກະມີເທວີ

ເຈົ້າຫນ້າທີ່ຕຳຫລວດກ່າວວ່າ: ແຮງລະເບີດເຮັດໃຫ້ອາຄານພັງເສຍຫາຍ ມີຜູ້ບາດເຈັບ 7ຄົນ ຖືກເຈົ້າຫນ້າທີ່ກູ້ໄພນຳໂຕສົ່ງໂຮງຫມໍ ສ່ວນຜູ້ບາດເຈັບທີ່ເລຫືອໄດ້ຮັບການປະຖທພະຍາບານເບື້ອງຕົ້ນ ແລະ ຖືກສົ່ງໂຕກັບບ້ານແລ້ວ

ສື່ທ້ອງຖິ່ນລາຍງານວ່າ: pramod kumar ຜູ້ບໍລິຫານເມືອງບາລາຊໍກ່າວວ່າ: ເຫດລະເບີດດັ່ງກ່າວເກີດຂື້ນເມື່ອວັນພຸດທີ່ໂຮງງານດອກໄມ້ໄຟບໍ່ມີໃບອານຸຍາດຕາມກົດຫມາຍແຫ່ງຫນື່ງ ຈາກເມືອງພູພະເນດສະວອນ ເມືອງຫລວງຂອງລັດ ໂອຣິສສາ ໄປທາງຕອນໃຕ້ເກືອບ 195ກິໂລແມັດ ສ່ວນສາເຫດຂອງການລະເບີດຄັ້ງນີ້ຢູ່ລະຫວ່າງເຈົ້າຫນ້າທີ່ກຳລັງສືບສວນ

ທັງນີ້ໂຮງງານດອກໄມ້ໄຟໃນອິນເດຍມັກເກີດເຫດລະເບີດຂື້ນຕະຫລອດ ເນື່ອງຈາກທາງໂຮງງານລະເລີຍມາດຕະຖານຄວາມປອດໄພ ຂະນະທີ່ໃນເທດສະການຕ່າງໆ ແລະ ງານແຕ່ງງານປະຊາຊົນກໍ່ມັກຈູດພຸໃນຊ່ວງສະເຫລີມສະ ຫລອງກັນ

ແນວໃດກໍ່ຕາມເມື່ອເດືອນມິຖຸນາທີ່ຜ່ານມາ ກໍ່ເຄີຍເກີດເຫດລະເບີດເຫດລະເບີດຂື້ນທີ່ໂຮງງານດອກໄມ້ໄຟແຫ່ງຫນື່ງໃນລັດມັດຍະປະເທດ ທາງຕອນກາງຂອງອິນເດຍສົ່ງຜົນໃຫ້ມີຄົນງານເສຍຊີວິດ 23ຄົນ ບາດເຈັບອີກ 7ຄົນ ແຮງລະເບີດຍັງເຮັດໃຫ້ເກີດໄຟໄຫມ້ລຸກລາມໂຮງງານຍ່າງຮຸນແຮງ





Powered by Blogger.