Header Ads

ມຽນມາ ຊຸມນຸມສະຫນັບສະຫນູນຊູຈີ ຂັດຄ້ານຮັບກັບໂຣຮິນຈາ



ຊາວມຽນມາຊຸມນຸມສະຫນັບສະຫນູນລັດຖະບານຂອງທ່ານນາງອອງຊານ ຊູຈີ ແລະ ສະແດງຈູດຍືນຕໍ່ຕ້ານການຮັບຜູ້ລີ້ໄພຊາວໂຣຮິນຈາກັບຈາກບັງກາລາເທດ ທີ່ເພີ່ມເປັນຫລາຍກວ່າ 6ແສນຄົນແລ້ວ

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງເນປິດໍ ປະເທດມຽນມາເມື່ອວັນທີ 23ຕຸລາວ່າ: ກຸ່ມປະຊາຊົນຊາວພຸດຂວາຈັດຫລາຍຮ້ອຍຄົນເດີນຂະບວນໄປຕາມທ້ອງຖະຫນົນໃນເມືອງຊິດຕະເວ ເມືອງເອກຂອງລັດຍະໄຂ່ ທີ່ຢູ່ທາງຕາເວັນຕົກ ຂອງມຽນມາເມື່ອວັນທິດທີ່ຜ່ານມາ ເພື່ອສະແດງຈຸດຍືນຂັດຄ້ານການຮັບຜູ້ລີໄພຊາວໂຣຮິນຈາກັບປະເທດ ຫລັງລັດຖະບານຂອງທ່ານນາງອອງຊານ ຊູຈີ ເຈລະຈາຮ່ວມກັບບັງກາລາເທດເມື່ອຕົ້ນເດືອນນີ້ ແລະ ມີການເຫັນດີຕັ້ງຄະນະ ເຮັດວຽກໃນເລື່ອງດັ່ງກ່າວຮ່ວມກັນ

ນອກຈາກນີ້ໃນມື້ດຽວກັນຍັງມີລາຍງານຊາວມຽນມາຈຳນວນຫລາຍຊຸມນຸມກັນໃນກຸງເນປິດໍ ເພື່ອໃຫ້ກຳລັງໃຈ ແລະ ສະແດງຄວາມສະຫນັບສະຫນູນລັດຖະບານໃນການກ້ໄຂສະຖານະການຄວາມຫມັ້ນຄົງໃນລັດຍະໄຂ່ ແລະ ວິກິດດ້ານ ມະນຸດສະທຳຂອງຊາວໂຣຮິນຈານຳ ຫລັງທ່ານນາງສຸມາ ສະວະລາດ ລັດຖະມົນຕີກະຊວງການຕ່າງປະເທດຂອງອິນເດຍກ່າວວ່າ: ລັດຖະບານມຽນມາຕ້ອງຮັບກັບຜູ້ລີ້ໄພຊາວໂຣຮິນຈາຈາກບັງກາລາເທດທັງຫມົດທີ່ສະຫະປະຊາຊາດ (ຍູເອັນ) ລາຍງານວ່າເພີ່ມເປັນຫລາຍກວ່າ 600,000ຄົນແລ້ວ ນັບຕັ້ງແຕ່ການສູ້ຮົບຮອບລ່າສຸດໃນລັດຍະໄຂ່ປະທຸຂື້ນເມື່ອວັນທີ 25ສິງຫາທີ່ຜ່ານມາ ແລະ ມີຜູ້ເສຍຊີວິດຫລາຍກວ່າ 500ຄົນ ສ່ວນໃຫຍ່ເປັນສະມາຊິກຂອງກອງທັບກອບກູ້ໂຣຮິນຈາແຫ່ງອາຣະກັນ




Powered by Blogger.