Header Ads

ເອພີເອັມລາວ ວາງເປົ້າໝາຍ 15 ບໍລິສັດ ເຂົ້າຈົດທະບຽນໃນຕະຫລາດຮຸ້ນ



ບໍລິສັດຫລັກຊັບ ເອພີເອັມລາວ ຈຳກັດ, ຊຶ່ງເປັນບໍລິສັດທີ່ປຶກສາທາງດ້ານການເງິນ ເພື່ອນຳເອົາບັນດາບໍລິສັດ ຫລື ລັດວິສາຫະກິດຕ່າງໆ ເຂົ້າຈົດທະບຽນ ໃນຕະຫລາດຫລັກຊັບ ໄດ້ວາງເປົ້າໝາຍເພື່ອຈະນຳເອົາ 11 ຫາ 15 ບໍລິສັດ ເຂົ້າຈົດທະບຽນ ເພື່ອຂາຍຮຸ້ນຢູ່ໃນຕະຫລາດຫລັກຊັບລາວ ພາຍໃນປີ 2020.

ທ່ານ ສົມພັບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ບໍລິສັດຫລັກຊັບ ເອພີເອັມລາວ ຈຳກັດ ໃຫ້ສຳພາດເມື່ອບໍ່ນານມານີ້ ວ່າ: ບໍລິສັດຫລັກຊັບ ເອພີເອັມລາວ ຈະເຮັດວຽກໜັກຂຶ້ນກວ່າເກົ່າ, ພ້ອມຈະເດີນທາງໄປທົ່ວທຸກແຂວງ ໃນ ສປປ ລາວ ແບບບໍ່ມີຂໍ້ຈຳກັດ ເພື່ອຊ່ວຍເຫລືອບັນດາບໍລິສັດເອກະຊົນຕ່າງໆ ທີ່ມີຄວາມພ້ອມຢາກລະດົມທຶນ ຜ່ານທາງຕະຫລາດຫລັກຊັບລາວ ມາຂະຫຍາຍທຸລະກິດ ເພື່ອເຮັດໃຫ້ບໍລິສັດມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ໃນອະນາຄົດ. ໃນເບື້ອງຕົ້ນ ໄດ້ວາງເປົ້າໝາຍຢູ່ທີ່ ນະຄອນຫລວງວຽງຈັນ, ແຂວງຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ.

ນັບຕັ້ງແຕ່ສ້າງຕັ້ງບໍລິສັດ ໃນປີ 2013 ເປັນຕົ້ນມາ, ບໍລິສັດຫລັກຊັບ ເອພີເອັມລາວ ໄດ້ນຳເອົາສາມບໍລິສັດ ຄື: ບໍລິສັດ ປີໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ເຂົ້າຈົດທະບຽນ  ເພື່ອຂາຍຮຸ້ນ ຢູ່ໃນຕະຫລາດຫລັກຊັບລາວ, ຊຶ່ງເຮັດໃຫ້ ສປປ ລາວ ມີທັງ 6 ບໍລິສັດທີ່ເປີດການຊື້-ຂາຍຮຸ້ນ ຢູ່ຕະຫລາດຫລັກຊັບ ພາຍຫລັງເປີດມາແຕ່ປີ 2010. ໃນປີ 2018, ບໍລິສັດດັ່ງກ່າວ ມີແຜນຈະນຳເອົາອີກສອງບໍລິສັດ ເຂົ້າຈົດທະບຽນ ໃນຕະຫລາດຫລັກຊັບ.

ປັດຈຸບັນ, ມີ 3 ບໍລິສັດໄດ້ຍື່ນຟາຍລິ້ງ (ເອກະສານເພື່ອຂໍຈົດທະບຽນເຂົ້າຕະຫລາດຫລັກຊັບ) ຕໍ່ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບແລ້ວ, ແຕ່ຍັງບໍ່ສາມາດລະບຸ ຫລື ກໍານົດເວລາໄດ້ຊັດເຈນສຳລັບການນຳບໍລິສັດເຫລົ່ານັ້ນ ເພື່ອເຂົ້າເຂົ້າຈົດທະບຽນ, ໜຶ່ງໃນນັ້ນແມ່ນຍື່ນໂດຍບໍລິສັດຫລັກຊັບ ເອພີເອັມລາວ

ເອພີເອັມລາວ ໃຫ້ຄຳປຶກສາແກ່ລູກຄ້າ ປະກອບດ້ວຍບຸກຄະລາກອນລະດັບຜູ້ບໍລິຫານບວກກັບບຸກຄະລາກອນຜູ້ປະຕິບັດງານທີ່ມີຄວາມຮູ້ຄວາມສາມາດ ແລະ ປະສົບການທີ່ຫລາກຫລາຍໃນວົງການ ການເງິນ, ການບັນຊີ, ການທະນາຄານ, ສິນເຊື່ອໂຄງການ ແລະ ກົດໝາຍ.


ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ


Powered by Blogger.