Header Ads

ປະຊາຊົນ 5 ບ້ານ ຢູ່ເມືອງປາກທາໄດ້ຮັບກະທົບຈາກນໍ້າປ່າ



ປະຊາຊົນ 6 ບ້ານ ​ໃນ​​ເມືອງ​ປາກ​ທາ ​ແຂວງ​ບໍ່​ແກ້ວ ​ໄດ້​ຮັບ​ຜົນ​ກະທົບ ​ຈາກ​ນໍ້າ​ປ່າ​ໄຫລຊຸ​ກ​ແຮງ​​ ໃນ​ວັນ​ທີ 22 ຕຸລາ 2017 ຂະນະ​ທີ່ອໍານາດ​ ການ​ປົກຄອງ​ເມືອງ​ດັ່ງກ່າວ​ ພວມ​ເລັ່ງ​ໃສ່​ການ​ແກ້​ໄຂ ​ແລະ ຊ່ວຍ​ເຫລືອ​ຂັ້ນ​ພື້ນຖານ ​ໃຫ້​ພໍ່​ແມ່​ປະຊາຊົນ.

ຫລ້າ​ສຸດໃນວັນທີ 23 ຕຸລາ ນີ້, ທ່ານ ສຸໄລ ດວງຜາຄຳ ເຈົ້າເມືອງປາກທາ ພ້ອມຄະນະໄດ້ລົງພື້ນ​ທີ່ ​ເພື່ອຕິດຕາມກວດກາ ​ແລະ ​ປະ​ເມີນ​ຜົນຕົວຈິງ ຄວາມເສຍຫາຍ ​ໂດຍ​ສະ​ເພາະ​ເນື້ອ​ທີ່ ການຜະລິດ ເຂົ້ານາຂອງພໍ່ແມ່ປະຊາຊົນ ກຸ່ມກ້ອນຕືນ-ຈຽງຕອງ ເມືອງປາກທາ ​ເຊິ່ງເຫັນວ່າໄດ້ມີນ້ຳຫ້ວຍໂຊະ ແລະ ນ້ຳຫ້ວຍໂຄດໄຫລ ນອງຊຸຖ້ວມເນື້ອທີນາ ພັດເອົາກອງເຂົ້າ, ຝ່ອນເຂົ້າ ຂອງພໍ່ແມ່ປະຊາຊົນ 6 ບ້ານພາຍໃນກຸ່ມຄື: ຈຽງຕອງ, ດົງ, ປາງງສາ, ປາກໂຊະ, ກ້ອນຕືນ ແລະ ຫ້ວຍໂຄດ ຂະນະ​ທີ່ປະຊາຊົນພວມເກັບ ກ່ຽວເຂົ້າກອງໄວ້ລຽບຕາມທົງນາ ​ແລະ ແຄມນ້ຳຫ້ວຍ ​ເຊິ່ງ​ໄດ້ຖືກນໍ້າຊຸ ​ແລະ ​ໄຫລ ໄປນຳສາຍນ້ຳ ພ້ອມນີ້ ຍັງມີເສັ້ນທາງແຕ່ບ້ານກ້ອນຕືນ ເມືອງປາກທາ ຫາ ເມືອງຄອບ ແຂວງໄຊຍະບູລີ ຖືກຕັດຂາດ 1 ຈຸດ ປັດຈຸບັນ ພໍ່ແມ່ປະຊາຊົນ ພ້ອມຫ້ອງການທີ່ກ່ຽວຂ້ອງ ໄດ້ດຳເນີນການສ້ອມ​ແປງ​ທາງ ​ແລະ ສືບ​ຕໍ່ແກ້ໄຂທາງເວັ້ນ ໃຫ້ພໍ່ແມ່ປະຊາຊົນ ໄດ້ທ່ຽວປົກກະຕິ. 

ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ
Powered by Blogger.