Header Ads

ຍີ່ປຸ່ນມອບເຄື່ອງນຸ່ງຫົມຕ້ານໄພໜາວໃຫ້ແຂວງຊຽງຂວາງ


ພິທີມອບ-ຮັບ ເຄື່ອງນຸ່ງຫົ່ມຕ້ານ​ໄຟໜາວ ຈັດ​ຂຶ້ນວັນທີ 25 ຕຸລາ2017 ຢູ່ທີ່ຫ້ອງວ່າການປົກຄອງ ແຂວງຊຽງຂວາງ, ມອບໂດຍ ທ່ານ ອີໂມຣິ ດາຍອີຈິ (IMORI DAIJI) ປະທານບໍລິສັດພັດ ທະນາກະສິກຳ ລາວ-ຍີປຸ່ນ ຈຳກັດ ແຂວງຊຽງ, ຮັບໂດຍ ທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງ.
  ເຄື່ອງນຸ່ງ​ຫົ່ມ​ທີ່ບໍລິສັດ ກຸໂລກາວະຈຳກັດ(KUROKAWA LTD) ປະເທດຍີປຸ່ນນໍາ​ມາ​ມອບ​ຄັ້ງ​ມີ ຈຳນວນ 114 ມັດ ລວມມູນຄ່າ 20.000 ກວ່າໂດລາສະຫະລັດຫລື ປະມານເກືອບ 2 ຮ້ອຍລ້ານກີບ
 ທ່ານ ເຈົ້າ ແຂວງໆຊຽງຂວາງ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ລັດຖະບານຍີປຸ່ນ ກໍຄື ບໍລິສັດກຸໂລ ກາວະຈຳກັດ ແລະ ບໍລິສັດພັດທະນາກະສິກຳ ລາວ-ຍີປຸ່ນຈຳກັດແຂວງຊຽງຂວາງ ທີ່ໄດ້ໃຫ້ການ ຊ່ວຍເຫລືອ ແລະ ມາລົງທຶນຢູ່ ແຂວງຊຽງຂວາງ ເຮັດໃຫ້ແຂວງຊຽງຂວາງ ມີບາດກ້າວອັນໃໝ່. ສຳລັບເຄື່ອງນຸ່ງຫົ່ມດັ່ງກ່າວ ນັ້ນແມ່ນຈະນຳໄປມອບ ໃຫ້ປະຊາຊົນຜູ້ ທຸກຍາກ ທີ່ຢູ່ ເຂດຫ່າງໄກຊອກ ຫລີກ ເພື່ອກຽມຮັບມືລະດູໜາວປີນີ້.
 ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ
Powered by Blogger.