Header Ads

ຕຳຫລວດຍີ່ປຸ່ນຕ້ອງສົງໄສ ຂ້າຫັ່ນ9ສົບ ເຊືອງໃນອາພາດເມັນ



ເຈົ້າຫນ້າທີ່ຈັບກຸມຊາຍອາຍຸ 27ປີ ຕ້ອງສົງໄສກໍ່ຄະດີຂ້າຫັ່ນສົບຫລັງມີການພົບສິ້ນສ່ວນຮ່າງກາຍມະນຸດ 9ຄົນ ຊຸກເຊືອງຢູ່ພາຍໃນອາພາດເມັນແຫ່ງຫນື່ງ ໃກ້ກັບກຸງໂຕກຽວ

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງໂຕກຽວປະເທດຍີ່ປຸ່ນ ເມື່ອວັນທີ 31ຕຸລາ ໂດຍອ້າງຈາກລາຍງານຂອງສະຖານີໂທລະທັດເອັນເອຊເຄວ່າ: ຕຳຫລວດຍົກກຳລັງເຂົ້າຈັບກຸມທ້າວທາຄາຮິໂຣະ ຊິຣາອິຊິ ອາຍຸ 27ປີ ຫລັງຈາກພົບຊິ້ນ ສ່ວນຮ່າງກາຍມະນຸດ 9ຄົນ ແບ່ງເປັນຊາຍ 1ຄົນ ແລະ ຫຍິງ 8ຄົນ ໃນຈຳນວນນີ້ລວມເຖິງຫົວ 2ຫົວ ເຊືອງຢູ່ພາຍໃນຕູ້ແຊ່ແຂງທີ່ຢູ່ບໍ່ຫ່າງຈາກອາພາດເມັນເຊິ່ງເປັນສະຖານທີ່ພັກຂອງຜູ້ຕ້ອງສົງໄສ ຕັ້ງຢູ່ທີ່ເມືອງຊາມະ ໃນຈັງຫວັດຄາ ນາງາວະ ໃກ້ກັບກຸງໂຕກຽວຂະນະທີ່ຊິ້ນສ່ວນອີກຫລາຍຊິ້ນເລີ່ມເນົ່າເປື່ອຍ ນອກຈາກນີ້ເຈົ້າຫນ້າທີ່ພົບຂອງກາງເປັນເລື່ອນຂະຫນາດໃຫຍ່ຢູ່ພາຍໃນຫ້ອງພັກຂອງທ້າວຊິຣາອິຊິນຳ

ທັງນີ້ພະນັກງານສືບສວນຍັງບໍ່ເປີດການຖະແຫລງຍ່າງເປັນທາງການກ່ຽວກັບຄະດີສະເທືອນຂວັນທີ່ເກີດຂື້ນ ແຕ່ສື່ໃຫຍ່ອີກຫລາຍແຫ່ງລວມເຖິງສຳນັກຂ່າວຈີຈີເພສ ລາຍງານວ່າ: ຊິຣາອິຊິໃຫ້ການຮັບສາລະພາບຕໍ່ເຈົ້າຫນ້າທີ່ແລ້ວວ່າ ເປັນຜູ້ລົງມືສັງຫານຜູ້ເຄາະຮ້າຍທັງຫມົດດ້ວຍໂຕເອງ ແລະ ຕ້ອງການຫັ່ນສົບເພື່ອອຳພາງຄະດີ ຂະນະທີ່ການສືບສວນຂອງເຈົ້າຫນ້າທີ່ເລີ່ມຂື້ນຫລັງຄອບຄົວຂອງຫຍິງສາວອາຍຸ 23ປີຄົນນື່ງ ເຂົ້າແຈ້ງຄວາມຕັ້ງແຕ່ເດືອນທີ່ຜ່ານມາ ວ່າລູກສາວຕົນເອງຫາຍຕົວໄປ ກ່ອນມີຜູ້ພົບເຫັນນາງຄັ້ງສຸດທ້າຍກັບຊິຣາອິຊິເມື່ອອາທິດທີ່ຜ່ານມາ ໂດຍມີການຕັ້ງສົມມຸດຖານວ່າຫຍິງສາວຜູ້ນີ້ມີຄວາມສຳພັນບາງຍ່າງກັບຊິຣາອິຊິ ຫລັງມີເບາະແສເຊື່ອຖືໄດ້ວ່າທັງສອງຮູ້ຈັກ ກັນຜ່ານເວັບໄຊທີ່ໃຫ້ບໍລິການສືບຄົ້ນຂໍ້ມູນກ່ຽວກັບການຂ້າໂຕຕາຍ




Powered by Blogger.