Header Ads

ຍູເອັນບີບຍີ່ປຸ່ນ ຮັບຜູ້ລີ້ໄພຕ່າງຊາດເພີ່ມຂື້ນ



ຫນ່ວຍງານຜູ້ລີ້ໄພຂອງອົງການສະຫະປະຊາຊາດ ຮຽກຮ້ອງລັດຖະບານຍີ່ປຸ່ນຮັບຜູ້ລີ້ໄພເຂົ້າໄປຕັ້ງຮາກຖານໃຫມ່ໃນປະເທດຫລາຍຂື້ນ ເພື່ອຊ່ວຍແກ້ໄຂວິກິດໂລກຫລັງຈາກທາງການໂຕກຽວໃຫ້ສະຖານະຜູ້ລີ້ໄພແກ່ຊາວຕ່າງຊາດພຽງແຕ່ 3ຄົນ ໃນຊ່ວງເຄີ່ງທຳອິດຂອງປີນີ້

ສຳນັກຂ່າວຣອຍເຕີລາຍງານຈາກກຸງໂຕກຽວ ປະເທດຍີ່ປຸ່ນເມື່ອວັນທີ 20ພະຈິກວ່າ: ຍີ່ປຸ່ນເປັນຫນື່ງໃນປະເທດພັດທະນາແລ້ວຂອງໂລກທີ່ຍິນດີຕ້ອນຮັບຜູ້ສະແຫວງຫາທີ່ລີ້ໄພນ້ອຍທີ່ສຸດ ໂດຍຍອມຮັບພຽງ 28ຄົນ ໃນປີ ພສ2559 ເຖິງແມ່ນວ່າຈະມີຜູ້ມາຍື່ນຄຳຂໍຫລາຍເປັນສະຖິຕິເຖິງ 10,091ຄົນ

ນັບຕັ້ງແຕ່ປີ 2551 ຍີ່ປຸ່ນຮັບຜູ້ລີ້ໄພຊາວຕ່າງຊາດໂດຍຜ່ານໂຄງການຕັ້ງລົກຮາກໃຫມ່ໃນປະເທດທີ 3 ລວມທັງຫມົດ 152ຄົນ ສ່ວນໃຫຍ່ເປັນຊາວກະຫລ່ຽງໃນມຽນມາ ທີ່ອາໄສຢູ່ໃນຄ້າຍຜູ້ລີ້ໄພໃນປະເທດໄທ ແລະ ມາເລເຊຍ

ທ່ານຟິລິບໂປ ກຣານດີ ຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ ກ່າວໃນລະຫວ່າງການຖະແຫລງຂ່າວໃນກຸງໂຕກຽວເມື່ອວັນຈັນວ່າ: ໂຄງການຕັ້ງຮາກໃຫມ່ຂອງຍີ່ປຸ່ນນ້ອຍຫລາຍ ຮັບຜູ້ລີ້ໄພປະມານ 20-30ຄົນ/ປີ ແລະ ເຂົາໄດ້ຂໍໃຫ້ລັດຖະບານຍີ່ປຸ່ນພິຈາລະນາຂະຫຍາຍ

ຍີ່ປຸ່ນບໍ່ເຕັມໃຈຮັບຜູ້ລີ້ໄພ ສະທ້ອນໃຫ້ເຫັນຄວາມວິຕົກທີ່ມີຕໍ່ຊາວຕ່າງຊາດໃນປະເທດທີ່ມີປະຊາກອນຈຳນວນຫລາຍ ມີຄວາມພາກພູມໃຈໃນວັດທະນະທຳ ແລະ ສາຍເລືອດຂອງຕົນ

ສະຖິຕິການຮັບຜູ້ລີ້ໄພຂອງຍີ່ປຸ່ນ ກໍ່ໃຫ້ເກີດສຽງວິພາກວິຈານຍ່າງຮຸນແຮງຈາກກຸ່ມສິດທິມະນຸດລະຫວ່າງປະເທດ ແລະ ຂັດແຍ້ງກັຍຈຸດຍືນຍາວນານຂອງຍີ່ປຸ່ນ ໃນຖານະປະເທດຜູ້ບໍລິຈາກຊ່ວຍຜູ້ລີ້ໄພລາຍໃຫຍ່



Powered by Blogger.