Header Ads

ການນຳລາວ ຕ້ອນຮັບເລຂາພັກນະຄອນຫຼວງຮ່າໂນ້ຍ ເຂົ້າຢ້ຽມຂໍ່ານັບ



ການນຳຂັ້ນສູງຂອງລາວ ໄດ້ຕ້ອນຮັບ ສະຫາຍ ຫວ່າງຈຸງຮ່າຍ ກຳມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ ເລຂາພັກນະຄອນຫຼວງຮ່າໂນ້ຍ ພ້ອມຄະນະເຂົ້າຢ້ຽມຂ່ຳນັບ ໃນຕອນແລງວັນທີ 23 ພະຈິກນີ້ ຕາມລຳ ດັບດັ່ງນີ້: ເວລາ 14 ໂມງ 30 ນາທີ ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຕ້ອນຮັບທີ່ຫ້ອງຮັບແຂກສະພາແຫ່ງຊາດ ແລະ ເວລາຕໍ່ມາ 15:00 ໂມງ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ຕ້ອນຮັບສະຫາຍເລຂາພັກ ນະຄອນຫຼວງຮ່າໂນ້ຍ ພ້ອມຄະນະເຊັ່ນດຽວກັນ.



ໃນໂອກາດຕ້ອນຮັບ ການນຳຂັ້ນສູງຂອງລາວເຮົາ ກໍໄດ້ກ່າວສະແດງຄວາມຂ່ຳນັບຊົມ ເຊີຍຕໍ່ ສະຫາຍ ຫວ່າງຈຸງຮ່າຍ ພ້ອມຄະນະ ທີ່ໄດ້ເດີນທາງຢ້ຽມຢາມລາວໃນຄັ້ງນີ້ ເວົ້າສະເພາະແມ່ນການເດີນທາງມາຢ້ຽມຢາມ ແລະ ພົບປະກັບຄະນະນຳນະຄອນຫຼວງວຽງຈັນ ຊຶ່ງເປັນການປະກອບສ່ວນເສີມ ຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບ ມື້ແຕກດອກອອກຜົນຍິ່ງໆຂຶ້ນ ຊຶ່ງກໍພໍດີກັບສອງປະເທດ ລາວ-ຫວຽດນາມ ກຳລັງຢູ່ໃນ ບັນຍາກາດຂອງປີສາມັກຄີມິດ ຕະພາບ ກໍຄືການສະເຫຼີມສະ ຫຼອງສອງວັນປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນການ ທູດ ຄົບຮອບ 55 ປີ ແລະ ວັນ ເຊັນສົນທິສັນຍາມິດຕະພາບ ຄົບຮອບ 40 ປີ ພ້ອມກັນນັ້ນ ບັນດາສະຫາຍ ຜູ້ນຳເຮົາຍັງ ໄດ້ສະແດງຄວາມຕີລາຄາສູງ ແລະ ຂອບໃຈຕໍ່ພັກ-ລັດຖະ ບານຫວຽດນາມ ແລະ ນະ ຄອນຫຼວງຮ່າໂນ້ຍກໍຄື ໃນນາມ ສ່ວນຕົວ ສະຫາຍ ຫວ່າງ ຈຸງ ຮ່າຍ ທີ່ໃຫ້ການຊ່ວຍເຫຼືອອັນ ລ້ຳຄ່າຕໍ່ນະຄອນຫຼວງວຽງຈັນ ກໍຄື ສປປ ລາວ ດ້ວຍດີຕະ ຫຼອດມາ, ສະຫາຍ ຫວ່າງຈຸງ ຮ່າຍ ຕາງໜ້າຄະນະໄດ້ກ່າວ ສະແດງຄວາມຂອບໃຈຕໍ່ບັນ ດາສະຫາຍການນຳຂັ້ນສູງຂອງ ລາວ ທີ່ໄດ້ຕ້ອນຮັບຢ່າງອົບ ອຸ່ນໃນຄັ້ງນີ້ ພ້ອມທັງໄດ້ແຈ້ງ ໃຫ້ບັນດາສະຫາຍການນຳຂອງ ລາວເຮົາໄດ້ຮັບຊາບວ່າ: ການ ເດີນທາງມາຢ້ຽມຢາມລາວໃນ ຄັ້ງນີ້ ແມ່ນເພື່ອປະກອບສ່ວນ ເຂົ້າໃນຂະບວນການສະເຫຼີມ ສະຫຼອງສອງວັນປະຫວັດສາດ ຫວຽດນາມ-ລາວ ພ້ອມທັງ ເປັນການຢ້ຽມຢາມສັນຖະວະ ໄມຕີລະຫວ່າງນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ ແລະ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ໄດ້ພົບປະເຮັດວຽກ ກັບຄະນະຂອງນະຄອນຫຼວງ ສອງຝ່າຍ ນອກນັ້ນຍັງໄດ້ເຊັນ ສັນຍາການຮ່ວມມືກັນຕື່ມອີກ ໃນໄລຍະປີ 2017-2020. (ຂ່າວ-ພາບ: ພູວຽງຄຳ)


Powered by Blogger.