Header Ads

ປະທານປະເທດລາວຢ້ຽມຢາມກອງພັນໃຫຍ່ 11

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ผู้คนกำลังเดิน และ สถานที่กลางแจ้ง
ໃນວັນທີ 27 ພະຈິກ 2017 ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງເຄື່ອນ ໄຫວຢ້ຽມຢາມນາຍ ແລະ ພົນ ທະຫານຢູ່ກອງພັນໃຫຍ່ 11, ເຊິ່ງໃຫ້ກຽດຕ້ອນຮັບອັນອົບອຸ່ນຈາກທ່ານ ພົນໂທ ສຸວອນ ເລືອງ ບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາ ທິການກອງທັບ, ມີຄະນະພັກ-ຄະນະບັນຊາພະນັກງານຫລັກແຫລ່ງ ກອງພັນໃຫຍ່ 11 ກອງທັບປະຊາ ຊົນລາວ.
ໃນໂອກາດດັ່ງກ່າວນີ້, ທ່ານປະທານປະເທດໄດ້ຮັບຟັງການ ລາຍງານໂດຍຫຍໍ້ກ່ຽວກັບສະພາບການຂອງກົມກອງ ກ່ຽວກັບທີ່ຕັ້ງພາລະບົດບາດ ແລະ ໜ້າທີ່ການເມືອງ, ຈາກ ພັນເອກ ບຸນ ສົງ ພິມມະວົງ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 11, ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງກົມກອງໂດຍສະເພາະ ແມ່ນຂົງເຂດວຽກງານການເມືອງ, ວຽກງານພັກ-ພະນັກງານ ໄດ້ພ້ອມກັນຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ 4 ຂອງຄະນະພັກກະຊວງປ້ອງກັນປະເທດ, ໄດ້ຖືສຳຄັນວຽກງານກໍ່ສ້າງຮາກຖານການ ເມືອງກັບປະຊາຊົນທີ່ກົມກອງ ຕັ້ງທັບໃຫ້ມີຄວາມສະຫງົບໜັກແໜ້ນເຂັ້ມແຂງ, ຖືເອົາແນວຄິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງເປັນໄມ້ຫລາວັດແທກຄຸນະພາບຂອງ ພະນັກງານນັກຮົບ, ໃນໂອກາດນີ້ທ່ານ ປະທານປະເທດ ຍັງໄດ້ລົງພົບປະໂອ້ລົມພະນັກງານ-ນັກຮົບທີ່ກຳລັງຝຶກແອບ ຮ່ຳຮຽນສິລະປະຍຸດ-ຍຸດທະວິທີ ແລະ ຍັງໄດ້ລົງເບິ່ງການປູກພືດຜັກສ່ວນຄົວ ບາງກົມກອງ ຈຳນວນໜຶ່ງໂດຍລວມແລ້ວເຫັນວ່າ ແຕ່ລະກົມກອງສາມາດເພິ່ງຕົນເອງທາງສະບຽງອາຫານ, ເບິ່ງລະບົບການປຸກສ້າງຄ້າຍຄູຕ່າງໆ ກໍມີຄວາມແໜ້ນໜາ ຖາວອນ ຕາມທິດຫັນກອງ ທັບເປັນທັນສະໄໝເທື່ອລະກ້າວ.
ໂອກາດດຽວກັນນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ມີຄຳເຫັນໂອ້ລົມຕໍ່ນາຍ ແລະ ພົນທະຫານ ຊີ້ທິດເຍືອງທາງໃຫ້ຄະນະ ນຳກອງທັບທຸກຂັ້ນຂອງກະຊວງ ກໍຄືຄະນະພັກ-ຄະນະບັນຊາກອງພັນໃຫຍ່ດັ່ງກ່າວ, ເຊິ່ງໄດ້ເນັ້ນໜັກໃຫ້ຮັກສາມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ, ພ້ອມກັນເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດ ຖືເອົາວຽກງານດັ່ງກ່າວເປັນສຳຄັນພ້ອມ ທັງຈັດຕັ້ງສຶກສາອົບຮົມໃຫ້ທົ່ວເຖິງ, ເຮັດໃຫ້ເປັນລະບົບຕໍ່ ເນື່ອງນຳເອົາລະບຽບກົດໝາຍເປັນຫລັກ, ຕິດພັນກັບພຶດຕິກຳຕົວຈິງ, ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຶກສາອົບຮົມພະນັກງານ - ນັກຮົບໃຫ້ມີ ສະຕິລະວັງຕົວ ກຽມພ້ອມຮັບຄຳສັ່ງປະຕິບັດໜ້າທີ່ຢູ່ທຸກເວລາ, ຕັດສິນໃຈເຮັດສຳເລັດໜ້າທີ່ຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ຕາມຂອບເຂດທີ່ກົມກອງຮັບຜິດຊອບເປັນຢ່າງດີ.
ໃນໂອກາດດຽວກັນນີ້, ທ່ານປະທານປະເທດ ຍັງໄດ້ມອບເຄື່ອງຄອມພິວເຕີ ແລະ ເຄື່ອງກິລາຈຳນວນໜຶ່ງໃຫ້ກົມກອງດັ່ງກ່າວຕື່ມອີກ. ໂດຍ: ສໍານັກຂ່າວສານປະເທດລາວ
Powered by Blogger.