Header Ads

ຄຸນປະໂຫຍດຂອງຂ່າ ທັງເປັນຢາພື້ນເມືອງ ທີ່ມີຄຸນຄ່າ !!


ຂ່າຊ່ວຍຂັບລົມແກ້ຈຸກສຍດແໜ້ນທ້ອງແກ້ລົມປ່ວງແກ້ບິດຂັບນ້ຳບີແກ້ສະເອີະ ດັ່ງນັນຂ່າຈຶ່ງເປັນເຄື່ອງເທດຫຼັກຄູ່ຄົວເປັນສະໝຸນໄພທີ່ຈະໄປບຳລຸງໄຟທາດ ເຊິ່ງເປັນຫົວໃຈສຳຄັນຂອງຄວາມແຂງແຮງຂອງຮ່າງກາຍ ໃນກໍລະນີທີ່ຈຸກສຽດທ້ອງເຈັບທ້ອງສາມາດນຳຂ່າມາເຮັດເປັນຢາຜົງ ຢາລູກກອນຢາຕົມຢາຊົງກິນໄດ້ ຫຼືຈະນຳຂ່າມາຝົນກັບເຫຼົ້າຫຼືນ້ຳປູນໃສກິນເພື່ອຮັກສາອາການດັ່ງກ່າວໄດ້ຜົນດີແທ້




1. ລະບົບທາງເດີນຫາຍໃຈ
ຂ່າ ຊ່ວຍແກ້ໄອ ແກ້ຫວັດ ລົດຂີ້ມູກແກ້ຫອບຫືດໄດ້ເຊັ່ນດຽວກັບຂິງເນື່ອງຈາກການທີ່ມີລົດຮ້ອນ ຈຶ່ງເໝາະທີ່ຈະປາບຫວັດທີ່ມາກັບໜ້າໜາວໄດ້ເປັນຢ່າງດີ ຄົນສະໄໝກ່ອນນິຍົມນຳຂ່າມາຕົ້ມເປັນຢາກິນເພື່ອແກ້ຫວັດ ໃນສ່ວນຂອງການໃຊ້ແກ້ໄອນິຍົມຝົນຂ່າກັບນ້ຳເຜີ້ງກິນເພື່ອກັດຂີ້ສະເຫຼດ ໂດຍອາດມີປົນນ້ຳໝາກນາວກັບເກືອລົງໄປເລັກນ້ອຍ ນອກຈາກນີ້ຂ່າຍັງຊ່ວຍຂະຫຍາຍຫຼອດລົມໄດ້ອີກດ້ວຍ

2. ລະບົບຫົວໃຈແລະຫຼອດເລືອດ
ຂ່າເປັນຢາຮ້ອນເຮັດໃຫ້ເລືອດໄຫຼວຽນໄດ້ດີມີກຳລັງວັງຊາຊ່ວຍຂັບເລືອດເສຍໃນຍິງຫຼັງເກີດລູກ ຊ່ວຍຂັບເຫື່ອ
ລະບົບປະສາດຂ່າ ຊ່ວຍຫຼຸດອາການປວດ ບໍ່ວ່າຈະແກ້ປວດເມື່ອຍຕາມຕົນໂຕ ປວດຂໍ້ ປວດແຂ້ວ ລຳມະນາດ ເຈັບທ້ອງ ເຈັບທ້ອງປະຈຳເດືອນລວມທັງອາການປວດບວມ ເຊິ່ງຖ້າມີອາການເອັນພິກປວດກ້າມເນື້ອຄົນສະໄໝກ່ອນຈະຕຳຂ່າມາພອກບໍລິເວນທີ່ມີອາການ ຂ່າເປັນສ່ວນປະກອບສຳຄັນຂອງຢາກິນ ຢາປະຄົບ ອົບ ອາບ ພອກ ເພື່ອແກ້ອາການປວດ ແລະຫຼຸດການອັດເສບລະບົບຜິວໜັງ
ຂ່າ ແກ້ລົມພິດ ແກ້ຜົດຜື່ນຄັນ ແກ້ກາກເກື້ອນ ແມງໄມ້ກັດ ພິດແມງມຸມເປັນຕົ້ນ ເຊິ່ງການໃຊ້ຂ່າໃນດ້ານນີ້ຕ້ອງ


3. ເປັນຂ່າແກ່ເທົ່ານັນຈຶ່ງຈະໄດ້ຜົນດີ
ເລື່ອງຂອງຂ່າແກ້ລົມພິດນີ້ເປັນທີ່ຮູ້ກັນດີ ໂດຍສະເພາະໃຊ້ຂ່າແກ່ຕຳໃສ່ເຫຼົ້າຂາວທາບໍລິເວນທີ່ເປັນ ແຕ່ສຳລັບການຮັກສາແມງໄມ້ກັດຕອດແລ້ວ ນິຍົມຝົນກັບນ້ຳໝາກນາວທາ ແຕ່ການໃຊ້ຂ່າທາງຜິວໜັງຕ້ອງມີຂໍ້ລະວັງແດ່ ເນື່ອງຈາກບາງຄົນແພ້ຂ່າ ໂດຍເມື່ອທາແລ້ວຖ້າມີອາການແສບຮ້ອນຕ້ອງຢຸດໃຊ້ທັນທີ
ປະຈຸບັນມີການວິໃຈພົບວ່າຂ່າມີສັບພະຄຸນແກ້ປວດອັບເສບດີຫຼາຍ ແລະຍັງມີລິດຕ້ານອະນຸມູນອິດສະລະຕ້ານມະເຮັງ ຕ້ານເນື້ອງອກ ຂະຫຍາຍຫຼອດລົມ ນ້ຳມັນຫອມລະເຫີຍໃນຂ່າມີລິດຂ້າເຊື້ອແບັກທີເລຍແລະເຊື້ອລາ
Powered by Blogger.