Header Ads

“ພະຍາບານ” ບີບໜ້າເດັກແລກເກີດຫຼິ້ນຈົນໜ້າຕາບູດບ້ຽວ ປານຫຼິ້ນກັບຂອງຫຼິ້ນ ພໍ່ເດັກນ້ອຍເຫັນຄລິບເກືອບຊ໋ອກ ເອົາເລື່ອງໃຫ້ເຖິງທີ່ສຸດ



ວັນທີ່ 5 ມັງກອນ 2018 ມີການລາຍງານຂ່າວຈາກເວັບໄຊເດລີ່ເມວ ເຊິ່ງເປັນການແສພຶດຕິກຳພະຍາບານສາວລາວໜຶ່ງ ກຳລັງອຸ້ມເດັກແລກເກີດແລະໄດ້ກວນຫຼິ້ນຢ່າງມ່ວນຊື່ນ ເຊິ່ງລາວໃຊ້ມືຈັບທີ່ຫົວເດັກນ້ອຍແລະສ່ວນຄໍບີບໃຫ້ມາຕິດກັນ ຈົນໃບໜ້າຂອງເດັກນ້ອຍບູດບ້ຽວ ເຊິ່ງມີເພື່ອນພະຍາບານນຳກັນເປັນຄົນຖ່າຍຄລິບເອົາໄວ້ ຕ່າງກໍ່ພາກັນຫົວສະອຶກສະອື້ນ ໂດຍເຫດການເກີດຂຶ້ນທີ່ໂຮງໝໍຜະດຸງຄັນແຫ່ງໜຶ່ງໃນເຂດທາອີບ ປະເທດຊາອຸດີອາຣະເບຍ

ແລະຄລິບດັ່ງກ່າວຖືກເຜີຍແຜ່ໄປຢ່າງກ້ວາງຂວາງ ແລະເຈີກະແສວິພາກວິຈານຢ່າງໜັກຕໍ່ການກະທຳຂອງກຸ່ມພະຍາບານສາວ ເຊິ່ງສະເພາະທາງຄອບຄົວຂອງເດັກແລກເກີດລາຍນີ້ ທີ່ຮູ້ສຶກຕົກໃຈແລະຄຽດຫຼາຍ ພ້ອມທັງມີການຮຽກຮ້ອງໃຫ້ລົງໂທດພະຍາບານກຸ່ມນີ້ອີກດ້ວຍ

ທາງດ້ານ ອັບດຸນຣາດີ ອັບ-ຣາບີ ກົມສາຖາລະນະສຸກທ້ອງຖິ່ນປະເທດເຫັນວ່າ ເຈົ້າໜ້າທີ່ໄດ້ມີການກວດສອບແຫຼ່ງທີ່ມາຂອງຄລິບວີດີໂອດັ່ງກ່າວ ເຮັດໃຫ້ຮູ້ສະຖານທີ່ກໍ່ເຫດ ລວມທັງກຸ່ມພະຍາບານທີ່ກໍ່ພຶດຕິກຳດັ່ງກ່າວ ລວມ 3ຄົນ​ (ບໍ່ເປີດເຜີຍຊື່) ກ່ອນຈະເອີ້ນໂຕມາດຳເນີນການສອບສວນ ພ້ອມທັງສັ່ງໃຫ້ລະງັບການເຮັດວຽກທັນທີ່ ເຊິ່ງໄດ້ມີການເພີກຖອນໃບອະນຸຍາດການປະກອບວິຊາຊີບເວດຊະກຳ ລວມທັງສັ່ງຫ້າມບໍ່ໃຫ້ປະຕິບັດໜ້າທີ່ພະຍາບານໃນສະຖານທີ່ບໍລິການດ້ານສຸກຂະພາບອື່ນໆອີກດ້ວຍ

ສ່ວນພໍ່ຂອງເດັກນ້ອຍເຜີຍວ່າ ລາວພາລູກມາຮັກສາໂລກຕິດເຊື້ອລະບົບທາງເດີນປັດສະວະ ແລະໄດ້ນອນຢູ່ທີ່ໂຮງໝໍເປັນເວລາ 10ມື້ ແຕ່ບໍ່ຮູ້ວ່າມີເຫດການເຊັ່ນນີ້ເກີດຂຶ້ນ ເມື່ອລາວໄດ້ເຫັນຄລິບວິດີໂອກໍ່ຮູ້ສຶກຊ໋ອກ ແລະຮູ້ສຶກອີ່ດູຕົນລູກຫຼາຍ
 
 
 
Powered by Blogger.