Header Ads

ບັນຫາຊໍ້າເຮື້ອທີ່ແກ້ໄຂບໍ່ຕົກ! ຄູເຫຼືອ-ຄູບໍ່ພໍ ສົກປີ 2017-2018, ມີ 10 ພັນກວ່າຄົນ ເປັນອາສາສະໝັກ

ບັນຫາຊໍ້າເຮື້ອທີ່ຍັງແກ້ໄຂບໍ່ຕົກກ່ຽວກັບ ຄູ ເຊິ່ງພວກເຮົາສັງເກດງ່າຍໆຈະເຫັນ ຄູໃນຕົວເມືອງຈະເຫຼືອ, ສ່ວນໃນຊົນນະບົດຈະບໍ່ພຽງພໍ ມັນຍັງເປັນຫຍັງທີ່ບໍ່ສົມດຸນ ແລະ ຕ້ອງຮີບແກ້ໄຂຢ່າງເລັ່ງດ່ວນ ເພາະຜົນການລົງສໍາຫຼວດສົກປີ 2017-2018 ເຫັນວ່າ
ອີງຕາມບົດລາຍງານຜົນການລົງສໍາຫຼວດລັດຖະກອນຄູ ແລະ ບໍລິຫານ ທົ່ວປະເທດ ສົກຮຽນ 2017-2018 ປະກົດວ່າ: ໃນບັນດາກຸ່ມເປົ້າໝາຍ ປະກອບມີ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ, ມີ 148 ເມືອງ ແລະ ມີ 12.569 ໂຮງຮຽນ. ໃນນັ້ນ, ອະນຸບານ 2.571 ແຫ່ງ, ປະຖົມ ມີ 8.351 ແຫ່ງ, ມ ຕົ້ນ ມີ 923 ແຫ່ງ, ມປາຍ ມີ 42 ແຫ່ງ ແລະ ມັດທະຍົມສົມບູນ ມີ 682 ແຫ່ງ.
ສ່ວນການລົງສໍາຫຼວດຄູ ໃນ 2 ເມືອງ ຄື: ເມືອງໄຊບົວທອງ ແຂວງຄໍາມ່ວນ ແລະ ເມືອງໂພນໂຮງ ແຂວງວຽງຈັນ. ໃນນັ້ນ, ຜົນການວິເຄາະການລົງສໍາຫຼວດຄູເມືອງໄຊບົວທອງ ແຂວງຄໍາມ່ວນ ທົ່ວເມືອງມີໂຮງຮຽນຈໍານວນ 75 ແຫ່ງ, ລັດຖະກອນຄູ 275 ຄົນ, ອາສາສະໝັກ 96 ຄົນ, ນັກຮຽນ 7.839 ຄົນ, ຫ້ອງຮຽນ 294 ຫ້ອງ.
ໂດຍຜ່ານການວິເຄາະຂໍ້ມູນເມືອງດັ່ງກ່າວ ຍັງມີຄູບໍ່ພຽງພໍທັງໝົດ 139 ຄົນ, ຖ້າຈັດບຸລິມະສິດການບັນຈຸຄູໃໝ່ ທີ່ຕ້ອງການແກ້ໄຂຢ່າງຮີບດ່ວນ ມີທັງໝົດ 8 ແຫ່ງ (ຈໍານວນທັງໝົດ 24 ຄົນ) ແລະ ຍັງມີຄູເຫຼືອທັງໝົດ 29 ຄົນ. ສ່ວນຜົນການສໍາຫຼວດເມືອງໂພນໂຮງ ແຂວງວຽງຈັນ ທົ່ວເມືອງມີໂຮງຮຽນທັງໝົດຈໍານວນ 69 ແຫ່ງ, ລັດຖະກອນຄູ 700 ຄົນ, ອາສາສະໝັກ 81 ຄົນ, ນັກຮຽນ 14.036 ຄົນ, ຫ້ອງຮຽນ 497 ຫ້ອງ ແລະ ຜົນການວິເຄາະຂໍ້ມູນ ເຫັນວ່າໃນເມືອງດັ່ງກ່າວ ຍັງມີຄູບໍ່ພຽງພໍທັງໝົດ 58 ຄົນ, ຈໍານວນຄູເຫຼືອທັງໝົດ 187 ຄົນ.
ນອກນັ້ນ, ຍັງບໍ່ມີຈໍານວນຫ້ອງຮຽນ, ຈໍານວນນັກຮຽນ ແລະ ວິຊາສອນຂອງຄູ ໃນແຕ່ລະຊັ້ນຮຽນ ເຮັດໃຫ້ການແບ່ງປັນຕົວເລກໃຫ້ແຂວງ ແລະ ເມືອງບໍ່ຊັດເຈນ, ຂໍ້ມູນທີ່ມີໃນຖານ PMIS ບໍ່ກົງກັບຂໍ້ມູນຕົວຈິງ, ຄູອາສາສະໝັກ ມີຈໍານວນຫຼາຍກວ່າ 10.000 ຄົນ, ການຮັບຄູອາສາສະໝັກບໍ່ເປັນເອກະພາບກັນ (ໂຮງຮຽນ, ເມືອງ, ແຂວງ), ການຮັບຄູອາສາສະໝັກຈໍານວນໜຶ່ງຈໍານວນໜຶ່ງບໍ່ຖືກກັບຄວາມຕ້ອງການຕົວຈິງຂອງແຕ່ລະຊັ້ນ ແລະ ລາຍວິຊາທີ່ຍັງຂາດຄູ ແລະ ການເກັບກໍາຈໍານວນຄູທີ່ສູນເສຍໃນຮູບການຕ່າງໆ ຍັງບໍ່ທັນຊັດເຈນ ຄື: ບໍາເນັດ, ບໍານານ, ເສຍກໍາລັງແຮງງານ, ເສຍຊີວິດ, ຍົກຍ້າຍ ແລະ ອື່ນໆ, ເຊິ່ງບາງແຂວງ ແລະ ເມືອງຍົກຍ້າຍແລ້ວບໍ່ລາຍງານໃຫ້ກະຊວງ ສສກ ຮັບຊາບ, ບາງຄົນຍົກຍ້າຍໄປຂະແໜງການອື່ນແລ້ວ ຍັງກິນເງິນເດືອນນໍາສຶກສາ ແລະ ກິລາຢູ່.
 

ຕໍ່ກັບບັນຫາດັ່ງກ່າວ ເປັນບັນຫາຊໍ້າເຮື້ອທີ່ແກ້ໄຂບໍ່ຕົກມາຕັ້ງແຕ່ດົນນານ. ຢ່າງໃດກໍ່ຕາມ, ປັດຈຸບັນ ກະຊວງສຶກສາທິການ ແລະ ກິລາຍັງເລັ່ງຫາວິທີແກ້ໄຂ ຕໍ່ໄປ.
Powered by Blogger.