Header Ads

ຫົວໜ້າກົມສ່ວຍສາອາກອນ ຊີ້! ເກັບຄ່າທຳນຽມທາງ ປີ 2017 ຈະໄດ້ຢ່າງຕ່ຳ 60 ຕື້



ຫົວໜ້າກົມສ່ວຍສາອາກອນ ຊີ້! ເກັບຄ່າທຳນຽມທາງ ປີ 2017 ຈະໄດ້ຢ່າງຕ່ຳ 60 ຕື້
ທ່ານ ປອ. ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໃຫ້ສຳພາດຕໍ່ທິມຂ່າວການເງິນວ່າ: ນັບແຕ່ເປີດນຳໃຊ້ລະບົບທັນສະໄໝເກັບຄ່າທຳນຽມທາງນັບແຕ່ວັນທີ 26 ຕຸລາຜ່ານມາ, ເຊິ່ງເຫັນວ່າມີສຽງຕອບຮັບຈາກພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ນັກທຸລະກິດ ແລະ ບັນດາຜູ້ຊົມໃຊ້ລົດເປັນຢ່າງດີ ເນື່ອງຈາກເກັບຄ່າທຳນຽມທາງຜ່ານລະບົບທັນສະໄໝ ເປັນການສ້າງຄວາມອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນໃນການຊໍາລະພັນທະຄ່າທຳນຽມທາງ, ບໍລິການຄວາມປອດໄພ, ສາມາດຫລຸດຜ່ອນການນຳໃຊ້ເງິນສົດ ທີ່ສຳຄັນຈະຊ່ວຍໃຫ້ລັດກໍ່ຄືກະຊວງການເງິນໃນການເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ທັນກັບເວລາ, ຖືກຕ້ອງໂປ່ງໃສ ແລະ ສາມາດກວດສອບໄດ້.
ການນໍາໃຊ້ລະບົບທັນສະໄໝເຂົ້າໃນການເກັບຄ່າທຳນຽມທາງ, ນັບແຕ່ມື້ເປີດນຳໃຊ້ເປັນທາງການໃນວັນທີ 26 ຕຸລາ 2017-ວັນທີ 15 ມັງກອນ 2018 ສາມາດປະຕິບັດລາຍຮັບໄດ້ແລ້ວ 30 ຕື້ກີບ ແລະ ຄາດວ່າການຈັດຕັ້ງປະຕິບັດຄ່າທໍານຽມທາງປະຈຳປີ 2017 ຈະສາມາດເກັບລາຍເຂົ້າງົບປະມານຢ່າງຕໍ່າ 60 ຕື້ກີບ.
ທ່ານ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໃຫ້ຮູ້ຕື່ມອີກວ່າ: ການນຳໃຊ້ລະບົບດັ່ງກ່າວເຫັນວ່າໄດ້ຮັບຜົນດີຫລາຍຖ້າທຽບໃສ່ຊຸມປີຜ່ານມາການຈັດຕັ້ງປະຕິບັດເກັບຄ່າທໍານຽມທາງໜົດປີພຽງ 10 ຕື້ກວ່າກີບ/ຕໍ່ປີ (ຕາມອັດຕາລັດຖະບັນຍັດສະບັບເກົ່າ) ແລະ ຖ້າອີງຕາມສະຖິຕິການມາຂຶ້ນທະບຽນຍານພະຫະນະທົ່ວປະເທດທີ່ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ມີພາຫະ ນະທັງໝົດ 1.8 ລ້ານຄັນ, ຖ້າຫາກວ່າຈຳນວນພາຫະທີ່ມາຂຶ້ນທະບຽນມາເສຍຄ່າທຳນຽມທາງປີ 2017 (ຕາມກຳນົດເວລາດັ່ງກ່າວນັບແຕ່ເດືອນຕຸລາ 2017 ຫາ ເດືອນມີນາ 2018) ຈະສ້າງລາຍຮັບໃຫ້ແກ່ຂະແໜງສ່ວຍສາອາກອນຢ່າງຕໍ່າ 60 ຕື້ກີບ.

ທ່ານ ປອ. ພູທະນູເພັດ ໄຊສົມບັດ ກ່າວຕື່ມອີກວ່າ: ສ່ວນການເສຍຄ່າທຳນຽມທາງປະຈຳປີ 2018 ສາມາດຊໍາລະໄດ້ເລີ່ມແຕ່ເດືອນມັງກອນຫາເດືອນມິຖຸນາ 2018 ທັງນີ້, ກໍ່ເນື່ອງຈາກວ່າລັດຖະບັນຍັດທີ່ປະກາດໃຊ້ແມ່ນມີຄວາມລ່າຊ້າເຮັດໃຫ້ການຈັດຕັ້ງປະຕິບັດຈຶ່ງໄດ້ມີການເຍື້ອນເວລາໃນການຊໍາລະຄ່າທາງປີ 2018, ສ່ວນອັດຕາຄ່າທຳນຽມແມ່ນອີງຕາມລັດຖະບັນຍັດຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບ
ເລກທີ 001/ປປທ ລົງວັນທີ 20 ກັນຍາ 2017 ແລະ ໄປຕາມປະເພດລົດ, ຕາມຄວາມແຮງຂອງລົດແຕ່ລະຊະນິດ ແລະ ສາມາດຊໍາລະໂດຍຜ່ານ 5 ຊ່ອງທາງປະກອບມີ:
1). ຊໍາລະຜ່ານຕູ້ ATM
2). ແອັບພີເຄເຊີນ BCEL One
3). ຊໍາລະຜ່ານເຄົ້າເຕີ້ບໍລິການຂອງ ທຄຕລ
4). ຜ່ານລະບົບ Becom ເປັນກຸ່ມສາຂາຂອງທະນາຄານທີ່ໃຫ້ບໍລິການ
5). ຜ່ານລະບົບຕູ້ກີອັອດ (Kiosk) ຊຶ່ງປັດຈຸບັນໄດ້ຕິດຕັ້ງໄປແລ້ວສອງຈຸດຄື: ສໍານັກງານໃຫ່ຍທະນາຄານ ທຄຕລ, ປະຕູໄຊ ແລະ ແຫ່ງທີ່ 3 ກໍາລັງຄົ້ນຄວ້າສະຖານທີ່ ຊຶ່ງເປັນຕູ້ທີ່ສາມາດຮັບສະຕິກເກີໄດ້ທັນທີໃນຕູ້ດັ່ງກ່າວ ແລະ ຈະໄດ້ມີການຂະຫຍາຍໄປເມືອງອື່ນໆອີກເພື່ອອໍານວຍຄວາມສະດວກໃຫ້ແກ່ການບໍລິການ.
ທີ່ມາ: ເສດຖະກິດການຄ້າ

Powered by Blogger.