Header Ads

ມອບນະໂຍບາຍເງິນປ່ຽນແທນໂກ່ຕ່າລົດຈໍານວນ 2 ຕື້ກວ່າໃຫ້ຜູ້ທີ່ເສຍສະຫຼະເພື່ອຊາດໄລຍະປົດປ່ອຍ

ມອບນະໂຍບາຍເງິນປ່ຽນແທນໂກ່ຕ່າລົດຈໍານວນ 2 ຕື້ກວ່າໃຫ້ຜູ້ທີ່ເສຍສະຫຼະເພື່ອຊາດໄລຍະປົດປ່ອຍ
ວັນທີ່ 24 ມັງກອນ 2018 ພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງຫຼວງພະບາງ ໄດ້ຈັດພິທີມອບເງິນນະໂຍບາຍ ປ່ຽນແທນໂກ່ຕ່າລົດ ໂດຍການເປັນປະທານຂອງທ່ານ ວົງສະຫັວນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ,ມີຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ,ພະແນກການກ່ຽວຂ້ອງ ພ້ອມດ້ວຍ ພະນັກງານອາວຸໂສບໍານານ ແລະ ບັນດາຜູ້ທີ່ໄດ້ຮັບນະໂຍບາຍເງິນປ່ຽນແທນໂກ່ຕ່າລົດເຂົ້າຮ່ວມ.

ພິທີໄດ້ຜ່ານຂໍ້ຕົກລົງອານຸມັດຈ່າຍນະໂຍບາຍໃນ 4 ເປົ້າໝາຍ ຕາມລໍາດັບ ແລະ ລາຍຊື່ຜູ້ທີ່ໄດ້ຮັບນະໂຍບາຍໃນແຕ່ລະປະເພດ ເຊັ່ນ: ນະໂຍບາຍເງິນປ່ຽນແທນໂກ່ຕ່າລົດ ຈໍານວນ 10 ທ່ານ ເປັນເງິນ 677.289.600 ກີບ,ນະໂຍບາຍ ເງິນສົມທົບປຸກສ້າງ-ສ້ອມແປງເຮືອນ ຈໍານວນ 8 ທ່ານ ເປັນເງິນ 240.000.000ກີບ,ນະໂຍບາຍອຸດໜູນຍັງມີຊີວິດ 61 ທ່ານ ເປັນເງິນ 1.0105.44.075ກີບ ແລະ ນະໂຍບາຍເງິນອຸດໜູນເສຍຊີວິດ 35 ທ່ານ ເປັນເງິນ 769.870.200ກີບ ລວມທັງໝົດ 114 ທ່ານ ເປັນເງິນທັງໝົດ 2.792.607.875ກີບ.

ທ່ານ ວົງສະຫວັນ ເທບພະຈັນ ໄດ້ກ່າວວ່າ: ການມອບເງິນນະໂຍບາຍຄັ້ງນີ້່ ເພື່ອເປັນການຕອບແທນ ພະນັກງານ,ນົກຮົບປະຕິວັດທີ່ເສຍສະຫຼະຊີວິດ,ເລືອດເນື້ອເພື່ອຊາດເພື່ອປະຊາຊົນ ໃນພາລະກິດປົດປ່ອຍຊາດ,ພ້ອມນີ້ທ່ານກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ພາກສ່ວນກ່ຽວຂ້ອງທີ່ໄດ້ຍາດແຍ່ງເອົານະໂຍບາຍດັ່ງກ່າວນີ້ ເພື່ອມາຕອບສະໜອງໃຫ້ ຜູ້ທີ່ມີຜົນງານດີເດັ່ນໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ທັ້ງທີ່ມີຊີວິດ ແລະ ເສຍຊີວິດໃນປາງສົງຄາມ.

ຂ່າວ: ເພັດສາຄອນ ສິມມະວົງ
ຂ່າວສານຫຼວງພະບາງ
Powered by Blogger.