Header Ads

ທະຫານຊີເລຍ-ນັກຮົບໄອເອສ ປະທະເດືອດ ຕາຍຈຳນວນຫລາຍ


ການຍິງປະທະດຸເດືອດລະຫວ່າງທະຫານກອງທັບລັດຖະບານຊີເລຍກັບນັກຮົບກຸ່ມໄອເອສ ໃນເມືອງເດອີ ເອຊຊໍ ທາງພາກຕາເວັນອອກ ເຮັດໃຫ້ມີຜູ້ເສຍຊີວິດທັງສອງຝ່າຍຍ່າງຫນ້ອຍ 73ສົບ ໃນໄລຍະເວລາ 24ຊົ່ວໂມງທີ່ຜ່ານມາ ຈາກການເປີດເຜີຍຂອງກຸ່ມສັງເກດການເມື່ອວັນອາທິດ

ສຳນັກຂ່າວເອເອັບພີລາຍງານຈາກກຸງເບຣຸດ ປະເທດເລບານອນ ເມື່ອວັນທີ 29ຕຸລາວ່າ: ກອງທັບຊີເລຍຄວບຄຸມພື້ນທີ່ສ່ວນໃຫຍ່ຂອງເມືອງເດອີ ເອຊຊໍ ເມືອງເອກຂອງຈັງຫວັດຊື່ດຽວກັນ ທາງພາກຕາເວັນອອກຕິດກັບເຂດແດນອີຮັກ ທ່ານຣາມີ ອັບເດລ ຣາມານ ຜູ້ອຳນວຍການສູນສັງເກດການສິດທິມະນຸດຊີເລຍແຫ່ງອັງກິດເຜີຍວ່າ: ການສູ້ຮົບດຸເດືອດຕະຫລອດວັນເສົາເຮັດໃຫ້ນັກຮົບໄອເອັສເສຍຊີວິດຍ່າງຫນ້ອຍ 50ຄົນ ສ່ວນກອງທັບຊີເລຍສູນເສຍທະຫານ 23ຄົນ

ການປະທະເທື່ອໃຫມ່ລ່າສຸດທະຫານສາມາດຍຶດຄອງພື້ນທີ່ເມືອງເດອີ ເອຊຊໍໄດ້ອີກ 2ເຂດ ລວມທັງສະຫນາມກິລາປະຈຳເມືອງ ແລະ ຕ ອນນີ້ນັກຮົບໄອເອສຖືກຕີວົງລ້ອມຢູ່ໃນພື້ນທີ່ລະຫວ່າງຕົວເມືອງກັບແມ່ນໍ້າຍູເຟຣຕິສ

ກຸ່ມໄອເອສຍຶດຄອງພື້ນທີ່ສ່ວນໃຫຍ່ຂອງຈັງຫວັດເດອີ ເອຊຊໍ ທີ່ອຸດົມໄປດ້ວຍຊັບພະຍາກອນນໍ້າມັນມາດົນເກືອບ 3ປີ ແລະ ກອງທັບຊີເລຍເລີ່ມບຸກຍຶດຄືນພື້ທີ່ຕັ້ງແຕ່ຕົ້ນເດືອນກັນຍາທີ່ຜ່ານມາ ແລະ ການສູ້ຮົບເມື່ອວັນເສົານັບວ່າ ດຸເດືອດທີ່ສຸດຕັ້ງແຕ່ກອງທັບເລີ່ມລຸກຮື ການສູ້ຮົບຍັງດຳເນີນຕໍ່ມາໃນວັນອາທິດທີ 29ຕຸລາ ໂດຍຝ່າຍທະຫານຊີເລຍມີຍົນຮົບກອງທັບລັດເຊຍໂຈມຕີທາງອາກາດສະຫນັບສະຫນຸນ

ນອກຈາກທະຫານກອງທັບຊີເລຍແລ້ວກຸ່ມບໄອເອສໃນເດອີ ເອຊຊໍ ຍັງຖືກໂຈມຕີອີກດ້ານຈາກນັກຮົບອາຫລັບ ເຄຣິດ ໃນສັງກັດກອງກຳລັງປະຊາທິປະໄຕຊີເລຍ ທີ່ສະຫະລັດໃຫ້ການຫນູນຫລັງນຳ

ນັກຮົບໄອເອສຫາກໍ່ຖືກຂັບໄລ່ອອກຈາກເມືອງຣັກກາ ຖານທີ່ຫມັ້ນຫລັກໃນຊີເລຍທີ່ຢູ່ຕິດກັບເດອີ ເອຊຊໍ ແລະ ຕອນນີ້ເຫລືອພື້ນທີ່ຍອດຄອງສຸດທ້າຍຢູ່ພຽງເລັກຫນ້ອຍໃນເດອີ ເອຊຊໍ



Powered by Blogger.