Header Ads

ສະຫະພາບເອີຣົບ ສືບຕໍ່ຊວ່ຍເຫລືອ ສປປ ລາວ 500 ລ້ານເອີໂຣ

ในภาพอาจจะมี 3 คน, ผู้คนกำลังยืน และ ชุดสูท
ສະຫະພາບ​ເອີ​ຣົບ (EU) ມີ​ແຜນສືບ​ຕໍ່​ຊວ່ຍ​ເຫລືອ ສປປ ລາ​ວ ​ໃນ​ຫລາຍ​ຂະ​ແໜງການ ດ້ວຍການ​ອະນຸ​ມັດ ງົບປະມານ 500 ລ້ານ​ເອີ​ໂຣ ໄລຍະ​ເວ​ລາ 5 ປີ ​ແຕ່​ປີ 2016 ຫາ 2020. ການຊວ່ຍ​ເຫລືອດັ່ງກ່າວ, ​ແມ່ນ​ສຸມ​ໃສ່ 6 ຂະ​ແໜງ​ການ ມີ ຂະ​ແໜງ​ກະສິກໍາ, ການ​ພັດທະນາ ​ຊົນນະບົດ, ​ໂພ​ຊະນາ​ການ, ການບໍລິ​ຫານ​ການ​ຄຸ້ມ​ຄອງ, ສຸຂະ​ພາບ ​ແລະ ການ​ສືກສາ.
ທ່ານ ​​ເລ​ໂອ ​​ຝາ​​ແບກ Leo Faber ເອກ​ອັກຄະລັດຖະທູດ ຄະນະ​ຜູ້​​ແທນ ສະຫະພາບ​ເອີ​ຣົບ ປະ​ຈໍາ ສປປ ລາ​ວ ໃດ້​ໃຫ້​ສໍາ​ພາດ​ຕໍ່​ນັກ​ຂ່າວ​ ສໍານັກ​ຂ່າ​ວສານ​ປະ​ເທດ​ລາວ​ ກ່ຽວກັບ​​​ແຜນການ ຊວ່ຍເຫລືອ ສປປ ລາ​ວ ຂອງສະຫະພາບ​ເອີ​ຣົບ ​ໃນ​ໂອກາດງານ​ລ້ຽງ ຕ້ອນຮັບສະມາ​ຊິກ​ ລັດຖະສະພາ​ເອີ​ຣົບ ​ວັນ​ທີ 01 ພະຈິກ 2017 ທີ່​ສະຖານທູດຝຣັ່ງ ປະ​ຈໍາ ສປປ ລາ​ວ.
ທ່ານ ນາງ ​ໂກ​ຣດີນ ​ເລີ​ດູ ເອກ​ອັກຄະລັດຖະທູດ ສາທາ​ລະນະລັດຝຣັ່ງ ປະ​ຈໍາ ສປປ ລາ​ວ​ ກ່າວ​ໃນໂອກາດ ງານ​ລ້ຽງຕ້ອນຮັບວ່າ: ພວກ​ເຮົາ​ຕ້ອງ​ສູ້​ຊົນ​ ໃນ​ວຽກ​ງານການ​ພົວພັນ ຮ່ວມ​ມື​ກັບ​ພາຍ​ນອກ, ສະຫະພາບ​ເອີ​ຣົບ ​ໄດ້​ປະກອບສ່ວນ​ ດ້ານ​ທືນຮອນ​ພາຍ​ໃຕ້ ​ແຜນ​ງານ​ກອງ​ທືນເອີ​ຣົບ​ ເພື່​ອການ​ພັດທະນາ​ ຄັ້ງ​ທີ 11 ມີ​ມູນ​ຄ່າ​ເຖິງ 29 ຕື້​ເອີ​ໂຣ​. ການ​ປະກອບ​ສວ່ນ ຂອງສະຫະພາບ​ເອີ​ຣົບ ​ເປັນ​ການສະ​ແດ​ງ​ ເຖິງຄວາມ​ສາມັກຄີ ​ແລະ​ ເຮັດ​ໃຫ້ EU ກາຍ​ເປັນ​ໜຶ່ງ​ໃນ​ບັນດາ ​ຜູ້​ໃຫ້​ທືນຫລັກ.
ມາເຖິງປັດຈຸບັນ ສະຫະພາບ​ເອີ​ຣົບ​​​ ໄດ້​ໃຫ້ການຊ່ວຍ​ເຫລືອ ສປປ ລາວ ​ໃນ​ຮູບການ​ທືນຊວ່ຍ​ເຫລືອ​ລ້າ ມີ​ມູນ​ຄ່າປະມານ 207 ລ້ານ​ເອີ​ໂຣ ແລະ ຈະສືບຕໍ່ໃຫ້ການຊ່ວນເຫລືອ ອີກຕໍ່ໄປຈົນເຖິງ ປີ 2020.
ພາບ-ຂ່າວ: ພູ​ລາວັນ | ຂປລ
Powered by Blogger.