Header Ads

ຜູ້ນຳ”ອີຣ່ານ”ເວົ້າວ່າ: “ອາເມລິກາ”ສັດຕູຫມາຍເລກ1


ຍາຕອລລາ ອາລີ ຄາເມນີ ຜູ້ນຳສູງສຸດຂອງສາທາລະນະລັດອິສລາມອີຣ່ານ ກ່າວເມື່ອວັນພະຫັດວ່າ: ສະຫະລັດອາເມລິກາຄືສັດຕູຫມາຍເລກຫນື່ງຂອງອີຣ່ານ ແລະ ເຕຫະຣານ ຈະບໍ່ມີວັນຍອມຈຳນົນຕໍ່ແຮງກົດດັນຂອງວໍຊິງຕັນ ກ່ຽວກັບຂໍ້ຕົກລົງນິວເຄຍກັບກຸ່ມຊາດມະຫາອຳນາດໂລກ

ສຳນັກຂ່າວຣອຍເຕີ້ລາຍງານຈາກກຸງເຕຫະຣານ ປະເທດອີຣ່ານເມື່ອວັນທີ 2ພະຈິກວ່າ: ປະທານາທິບໍດີໂດນັລ ທຣຳ ຜູ້ນຳສະຫະລັດແຍກຕົວອອກຈາກຊາດມະຫາອຳນາດອື່ນໆເມື່ອເດືອນທທີ່ຜ່ານມາ ດ້ສຍການປະຕິເສດທີ່ຈະຮອງຮັບ ຍ່າງເປັນທາງການຕໍ່ການປະຕິບັດຕາມຂໍ້ຕົກລົງນິວເຄຍຂອງອີຮ່ານ ໂດຍພາຍໃຕ້ຂໍ້ຕົກລົງດັ່ງກ່າວ ມາດຕະການຄວໍ່າບາດສ່ວນໃຫຍ່ຕໍ່ອີ່ຣ່ານຈະຖືກນົກເລີກເພື່ອແລກກັບເຕຫະຣານລະງັບໂຄງການນິວເຄຍ

ຄາເມນີກ່າວຕໍ່ຄະນະອາຈານ ແລະ ນັກສຶກສາມະຫາວິທະຍາໄລໃນກຸງເຕຫະຣານ ເຊິ່ງມີການຖ່າຍທອດສົດທາງໂທລະທັດໄປທົ່ວປະເທດຕອນຫນື່ງເວົ້າວ່າ: ຄຳເວົ້າແບບໂງ່ໂງ່ຂອງປະທານາທິບໍດີສະຫະລັດຕໍ່ປະຊາຊົນຂອງເຮົາ ສະແດງໃຫ້ ເຫັນເຖິງຄວາມເປັນສັດຕູຝັງເລິກຂອງອາເມລິກາທີ່ມີຕໍ່ອີຣ່ານທົ່ວທັງປະເທດ ແລະ ອາເມລິກາຄືສັດຕູຫມາຍເລກຫນື່ງຂອງປະເທດເຮົາ

ນັບຕັ້ງແຕ່ຂໍ້ຕົກລົງນິວເຄຍບັນລຸກໃນປີ ພສ2558 ຄາເມນີຍັງຄົງກ່າວປະນາມສະຫະລັດໂດຍເປີດເຜີຍ ເຊິ່ງບົ່ງຊີ້ວ່າຄວາມເປັນປໍລະປັກລະຫວ່າງ 2ປະເທດນັບຕັ້ງແຕ່ການປະຕິວັດອິສລາມອີຮ່ານໃນປີ 2522 ບໍ່ໄດ້ຫລຸດຫນ້ອຍລົງ ຈາກຂໍ້ຕົກລົງດັ່ງກ່າວ

ອີຣ່ານ ແລະ ສະຫະລັດ ຕັດຄວາມສຳພັນທາງການທູດພຽງບໍ່ດົນມານີ້ຫລັງການປະຕິວັດອິສລາມ ເມື່ອກຸ່ມນັກສຶກສາອີຣ່ານຫົວຮຸນແຮງຄວບຄຸມຊາວອາເມລິກາ 52ຄົນເປັນໂຕປະກັນດົນເຖິງ 444ມື້ ອີຮ່ານຈະສະຫລອງຄົບຮອບການ ບຸກຍຶດສະຖານທູດອາເມລິາກາໃນກຸງເຕຫະຣານໃນວັນເສົາ 4ພະຈິກ

ຄາເມນີຍັງກ່າວອີກວ່າ: ອີຮ່ານຈະບໍ່ມີວັນຍອມຮັບການຂົ່ມຂູ່ກ່ຽວກັບຂໍ້ຕົກລົງນິວເຄຍຊາວອາເມລິກາກຳລັງໃຊ້ຄວາມຊົ່ວຮ້າຍທຸກແນວທາງ ເພື່ອທຳລາຍຜົນຂອງການເຈລະຈານິວເຄຍ ຄາເມນີກ່າວທ່າມກາງສຽງຮ້ອງໂຫ່ຕົບ ມືຍ່າງຖືກໃຈຂອງນັກສຶກສາ




Powered by Blogger.