Header Ads

ລັດຖະບານມຽນມາເຕືອນສະຫະລັດ ເລື່ອງການຂວ້ຳບາດກອງທັບ

ในภาพอาจจะมี 2 คน, ผู้คนกำลังยืน

ລັດຖະບານມຽນມາເຕືອນ “ຜົນກະທົບຮ້າຍແຮງ” ຫາກວຸດທິສະພາຂອງສະຫະລັດອອກມາຕະການຂວ້ຳບາດ ຄັ້ງໃຫມ່ຕໍ່ກອງທັບມຽນມາ ຈາກກໍລະນີການດູແລຊາວໂຣຮິນຢາໃນລັດຍະໄຂ່.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນ ຢ່າງກຸ້ງ ວ່າ ໂຄສົກລັດຖະບານມຽນມາໄດ້ກ່າວເມື່ອວັນສຸກທີ່ຜ່ານມາວ່າ ຄວາມສະເໝີພາບ ແລະ ຄວາມໝັ້ນຄົງພາຍໃນປະເທດຖືເປັນເລື່ອງຈຳເປັນທີ່ສຸດສຳລັບທຸກພາກສ່ວນຂອງມຽນມາ ໃນການປະຕິຮູບບ້ານເມືອງ ແລະ ພັດທະນາເສດຖະກິດຂອງປະເທດ ການອອກມາດຕະການຂວ້ຳບາດພຽງຝ່າຍດຽວທີ່ມຸ່ງເນັ້ນຈຳກັດການເດີນທາງ ແລະ ການລົງທຶນຂອງບຸກຄົນກຸ່ມໃດກຸ່ມໜຶ່ງ ຈະເຮັດໃຫ້ເກີດ “ຜົນກະທົບຮ້າຍແຮງ” ຕາມມາຫຼາຍຢ່າງ.
ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫາລັດ ຈະເດີນທາງມາຢ້ຽມຢາມປະເທດມຽນມາໃນວັນທີ 15 ພະຈິກ 2017 ນີ້ ເພື່ອຫາລືກັບທ່ານ ນາງ ອອງຊານ ຊູຈີ ແລະ ເຈົ້າໜ້າທີ່ລະດັບສູງຈາກຫຼາຍຝ່າຍໃນລັດຖະບານມຽນມາ ກ່ຽວກັບດ້ານສິດທິມະນຸດໃນລັດຍະໄຂ່.
ທ່າທີດັ່ງກ່າວຂອງລັດຖະບານມຽນມາມີຂຶ້ນຫຼັງກຸ່ມແກນນຳໃນວຸດທິສະພາຈາກພັກຄຣີພັບລິກັນ ແລະ ພັກເດໂມແຄຣດ ຮ່ວມກັນສະເໜີຮ່າງກົດໝາຍເຂົ້າສູ່ການພິຈາລະນາໃນທີ່ປະຊຸມ ເມື່ອວັນພະຫັດທີ່ຜ່ານມາ ວ່າດ້ວຍການອອກມາຕະການຂວ້ຳບາດເຈົ້າໜ້າທີ່ລະດັບສູງຂອງມຽນມາ ການຈຳກັດຄວາມຮ່ວມມືທາງເສດຖະກິດ ແລະ ຄວາມຮ່ວມມືທາງທະຫານ ແລະ ການຈຳກັດການເດີນທາງໄປທີ່ສະຫະລັດອາເມລິກາຂອງທະຫານລະດັບສູງ ນອກ ຈາກນີ້ໃນຮ່າງກົດໝາຍຍັງສະເໜີໃຫ້ກີດກັ້ນການນຳເຂົ້າສິນຄ້າປະເພດຢົກ ແລະ ທັບທິມຈາກມຽນມາອີກຄັ້ງ.
ພາບ-ຂ່າວ: ຟັງຂ່າວ99 Fangkhao99
Powered by Blogger.