Header Ads

ເຂື່ອນໄຟຟ້ານໍ້າງຽບ 1 ຈະສຳເລັດໃນປີ 2018



ການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ທີ່ເມືອງບໍລິຄັນ ແຂວງບໍລິຄຳໄຊ ຄາດວ່າຈະສຳເລັດ ​ແລະ ຈະ​ເລີ່​ມທົດລອງຜະລິດໄຟຟ້າໃນທ້າຍປີ 2018 ແລະ ການຜະລິດຕົວ​ຈິງ​ຈະ​ມີຂຶ້ນໃນຕົ້ນເດືອນກຸມພາ  2019.
ການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ປະກອບມີເຂື່ອນໃຫຍ່ ແລະ ເຂື່ອນດັດສົມນໍ້າ (ເຂື່ອນນ້ອຍ) ໄດ້ເລີ່ມຕົ້ນຂຶ້ນໃນທ້າຍປີ 2014 ແລະ ມາຮອດທ້າຍປີ 2017, ການກໍ່ສ້າງໂດຍລວມບັນລຸໄດ້ 90% ແລະ ການກັກນໍ້າໃນເຂື່ອນດັ່ງກ່າວກໍໄດ້ສຳເລັດລົງໃນເດືອນພຶດສະພາ 2017 ຜ່ານ​ມາ.
ການກໍ່ສ້າງເຮືອນຈັກຜະລິດໄຟຟ້າຂອງເຂື່ອນດັດສົມນໍ້າກໍສໍາເລັດແລ້ວເຊັ່ນກັນ ແລະ ຄາດວ່າການທົດລອງຜະລິດໄຟຟ້າຈະມີຂຶ້ນໃນໄຕມາດທີສາມຂອງປີ 2018, ສ່ວນການກໍ່ສ້າງເຂື່ອນໃຫຍ່ດ້ວຍຄອນກຣິດອັດແໜ້ນ ເຊິ່ງຈະເປັນເຂື່ອນທີ່ສູງທີ່ສຸດໃນ ສປປ ລາວ ມາ​ຮອດ​ປັດຈຸບັນ​ສຳ​ເລັດ​ການ​ກໍ່ສ້າງ​ແລ້ວ​ປະມານ 93% ແລະ ຄາດວ່າຈະສຳເລັດ 100% ໃນເດືອນເມສາ 2018. ການກັກນໍ້າໃນເຂື່ອນໃຫຍ່ຈະເລີ່ມຂຶ້ນໃນຕົ້ນເດືອນພຶດສະພາ 2018.
ການກໍ່ສ້າງເຮືອນຈັກໄຟຟ້າຫຼັກມີແຜນຈະສໍາເລັດໃນເດືອນມິຖຸນາ 2018 ແລະ ການຕິດຕັ້ງເຄື່ອງຈັກຜະລິດໄຟຟ້າສອງເຄື່ອງແມ່ນກໍາລັງປະຕິບັດ ແລະ ຄາດວ່າຈະສຳເລັດໃນໄຕມາດທີສອງ ຂອງປີ 2018. ສ່ວນວຽກງານກົນຈັກໄຟຟ້າຄາດວ່າຈະສຳເລັດໃນໄຕມາດທີສີ່ຂອງປີ 2018.
ການກໍ່ສ້າງສາຍສົ່ງ 230 ກິໂລໂວນ (kV) ຈາກເຂື່ອນ​ໄປຫາສະຖານີໄຟຟ້ານາບົງ ທີ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງຈະເປັນບ່ອນປັບໄຟຈາກ 230 kV ຂຶ້ນມາເປັນ 500 kV ກ່ອນຈະສົ່ງຂ້າມໄປຍັງປະເທດໄທ ຄາດວ່າຈະສໍາເລັດໃນເດືອນພຶດສະພາ 2018. ການກໍ່ສ້າງສາຍສົ່ງ 115 kV  ຈາກເຮືອນຈັກໄຟຟ້າຂອງເຂື່ອນດັດສົມ ເພື່ອເຊື່ອມຕໍ່ຕາຂ່າຍໄຟຟ້າແຫ່ງຊາດໂດຍຜ່ານສະຖານີໄຟຟ້າປາກຊັນ ກໍໄດ້ເລີ່ມຕົ້ນແລ້ວ ໂດຍລັດວິສາຫະກິດໄຟຟ້າລາວ ແລະ ຄາດວ່າຈະສໍາເລັດຕາມແຜນໃນປີ 2018.
ສ່ວນການຍົກຍ້າຍປະຊາຊົນປະມານ 520 ຄອບຄົວ ໃນແຂວງບໍລິຄຳໄຊ ແລະ ໄຊສົມບູນ ເຊິ່ງເປັນວຽກງານໜຶ່ງທີ່ສໍາຄັນສໍາລັບການກັກນໍ້າໃນເຂື່ອນໃຫຍ່ ທີ່ຈະເລີ່ມຂຶ້ນໃນເດືອນພຶດສະພາ 2018 ຄາດວ່າຈະສໍາເລັດໃນເດືອນເມສາ 2018. ໃນຈໍານວນ 479 ຄົວເຮືອນ, ສຳລັບ​ຢູ່​ເມືອງຮົ່ມ ແຂວງໄຊສົມບູນ ມີປະມານ 402 ຄົວເຮືອນ ​ໄດ້​ຮັບ​ການຍົກຍ້າຍເປັນທີ່ຮຽບຮ້ອຍແລ້ວ.
Powered by Blogger.