Header Ads

ເຂດທ່ອງທ່ຽວບເສດຖະກິດນາຄາຣາຊ ຊີຕີເປີດບໍລິການແລ້ວ



ນາຄາຣາຊ ຊີຕີ, ເຊິ່ງເປັນ ເຂດທ່ອງທ່ຽວ ແລະ ເຂດເສດ ຖະກິດແຫ່ງໃໝ່, ຕັ້ງຢູ່ບໍລິເວນ ສວນເຈົ້າອານຸວົງແຄມຂອງ ເມືອງຈັນທະບູລີນະຄອນ ຫລວງວຽງຈັນ, ໄດ້ເປີດໃຫ້ບໍ ລິການຢ່າງເປັນທາງການ ແລ້ວ ເມື່ອວັນທີ 22 ມັງກອນນີ້, ເຊິ່ງ ຈະເປັນສະຖານທີ່ ສໍາຄັນອີກ ແຫ່ງໜຶ່ງໃນການຊຸກຍູ້ດ້ານ ການຄ້າ-ການລົງທຶນຕິດພັນ ກັບການສົ່ງເສີມການທ່ອງ ທ່ຽວຂອງຊາດ ກໍຄືນະຄອນ ຫລວງວຽງຈັນໃຫ້ນັບມື້ເຕີບ ໃຫຍ່ຫຍາຍຕົວຂຶ້ນເລື້ອຍໆ.



ທ່ານນາງ ຖາວອນ ເມືອງ ປາກອຳນວຍການ ບໍລິສັດຟູຈິ ວະຣະ, ເຊິ່ງເປັນຜູ້ພັດທະນາ ເຂດດັ່ງກ່າວໃຫ້ຮູ້ວ່າ: ເຂດທ່ອງ ທ່ຽວແຫ່ງນີ້, ມີຄວາມໝາຍ ເປັນສິຣິມົງຄຸນວ່າເປັນເມືອງ ທ່ອງທ່ຽວແຫ່ງພະຍານາກ, ເຊິ່ງໄດ້ນໍາເອົາສະຖາປັດຕິຍະ ກຳລາວຮ່ວມສະໄໝມາປະ ກອບເຂົ້າໃນການກໍ່ສ້າງອາ ຄານ ແລະ ບໍລິເວນສະຖານ ທີ່ອ້ອມຮອບ, ເຊິ່ງປະກອບມີ: ເຂດວາງສະແດງສິນຄ້າ ແລະ ຜະລິດຕະພັນຕ່າງໆຂອງລາວ ແລະ ຕ່າງປະເທດ ແລະ ເຂດ ໃຫ້ບໍລິການອາຫານ, ພ້ອມ ທັງມີນ້ຳພຸ, ສວນດອກ ໄມ້ທີ່ ງົດງາມ, ບ່ອນນັ່ງພັກຜ່ອນ ແລະ ຕິດຕັ້ງລະບົບໄຟປະດັບ ຕ່າງໆ ເພື່ອໃຫ້ສະຖານທີ່ ແຫ່ງ ນີ້ມີຄວາມງົດງາມ ໂດດເດັ່ນ ຫລາຍຂຶ້ນ ເພື່ອດຶງດູດນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດເຂົ້າມາຢ້ຽມຊົມ, ພ້ອມທັງສັກກາລະບູຊາກາບ ໄຫວ້ສົມເດັດພະເຈົ້າອານຸວົງ ວິລະບູລຸດຂອງຊາດ.
ເຂົ້າຮ່ວມພິທີດັ່ງກ່າວ, ທ່ານ ແກ້ວພິລາວັນ ອາໄພ ລາດ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ, ທ່ານ ບຸນ ກອງ ສີຫາວົງ ລັດຖະມົນ ຕີກະຊວງສາທາລະນະສຸກ, ທ່ານ ບໍ່ວຽງຄຳ ວົງດາລາ ລັດ ຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ມີ ແຂກຖືກເຊີນເຂົ້າຮ່ວມເປັນ ຈໍານວນຫລາຍ.
Powered by Blogger.