Header Ads

ປະເທດຝຣັ່ງໄດ້ສະໜັບສະໜູນການເພີ່ມທະວີຄວາມປອດໄພການບິນໃນ ສປປ ລາວ.

ในภาพอาจจะมี 12 คน, คนที่ยิ้ม, ผู้คนกำลังยืน และ ชุดสูท

ປະເທດຝຣັ່ງໄດ້ສະໜັບສະໜູນການເພີ່ມທະວີຄວາມປອດໄພການບິນໃນ ສປປ ລາວ.
ຫຼາຍປະເທດຊະມາຊິກໃນອາຊຽນ ກໍ່ຄື ສປປ ລາວ ກຳລັງປະເຊີນໜ້າກັບການເພີ່ມຂຶ້້ນຂອງການຈາລະຈອນທາງອາກາດ ແລະ ການເປີດກ້ວາງດ້ານການທ່ອງທ່ຽວຂອງ ສປປ ລາວ ກໍ່ເປັນສິິ່ງທີ່ກະຕຸກຊຸກຍູ້ໃຫ້ຂະແໜງການບິນມີການພັດທະນາ.
ໃນສະພາບການດັ່ງກ່າວນີ້, ປະເທດຝຣັ່ງ ແລະ ສປປ ລາວ ໄດ້ຮ່ວມລົງນາມສັນຍາຮ່ວມມື ແນໃສ່ ພັດທະນາຄວາມສາມາດຂອງກົມການບິນພົນລະເຮືອນຂອງລາວ. ການຈັດຕັ້ງປະຕິບັດແຜນຝຶກອົບຮົມ ຈະເຮັດໃຫ້ໜ່ວຍງານຂອງກົມການບິນພົນລະເຮືອນສາມາດປັບປຸງການກວດກາບັນດາບໍລິສັດສາຍການບິນ ແລະ ບັນດາຜູ້ປະຕິບັດການດ້ານການບິນ. ນອກຈາກນີ້, ຍັງຈະມີການເພີ່ມທະວີຄວາມປອດໄພຂອງຖ້ຽວບິນຕ່າງໆອີກດ້ວຍ !
Powered by Blogger.