Header Ads

ຖິ້ມລະເບີດຢ່າງບ້າເລືອດ! ແບບບໍ່ເລືອກບ່ອນ ຂ້າເດັກນ້ອຍນັກຮຽນຊີເຣຍ ທີ່ເລີກຮຽນກໍາລັງກັບບ້ານ

ຖິ້ມລະເບີດຢ່າງບ້າເລືອດ

ໃນວັນທີ 22 ມີນາ 2018 ຫນັງສືພິມ Daily Mail ໄດ້ລາຍງານຂ່າວຈາກກຸ່ມສັງເກດການ ສິດທິມະນຸດສະຍະຊົນໃນຊີເຣຍ ສໍານັກງານໃນອັງກິດວ່າ ມີປະຊາຊົນຊີເຣຍເສຍຊີວິດຢ່າງນ້ອຍ 20 ຄົນ ຈາກການຖິ້ມລະເບີດເຫນືອເມືອງອີດຣິບ ໃນຈໍານວນດັ່ງກ່າວແມ່ນມີເດັກນ້ອຍເຖິງ 16 ທີ່ບັງເອີນຖືກລູກຫລົງຈາກລະເບີດ ລະຫວ່າງການເດີນທາງກັບບ້ານຕອນເລີກຮຽນ.
ຫນ່ວຍງານດ້ານການສອດສ່ອງ ເລື່ອງສິດທິມະນຸດສະຍະຊົນຈາກອັງກິດ ຜົນຈາກການໃຊ້ກໍາລັງໂຈມຕີທາງອາກາດຂອງລັດເຊຍ ທີ່ຫນຸນຫລັງລັດຖະບານ ບາຊາ ອັລ ອັສຊາດ ຂອງຊີເຣຍ ໃສ່ເນື້ອທີ່ບ່ອນຢຶກຄອງຂອງກຸ່ມລັດອິສລາມ ຫລື ໄອເອສ ໃນເມືອງອີດລິບ ເຊິ່ງເປັນເມືອງທີ່ມີປະຊາກອນອາໃສຢູ່ຢ່າງຫນາແຫນ້ນ.


ຖິ້ມລະເບີດຢ່າງບ້າເລືອດ

ລ່າສຸດມີຜູ້ເສຍຊີວິດຈາກການໂຈມຕີໃສ່ຫມູ່ບ້ານ ຄະຟາ ບາດກີ ເຊິ່ງຕັ້ງຢູ່ໃນເມືອງດັ່ງກ່າວ ຢ່າງນ້ອຍ 20 ຄົນ ແລະ ມີເດັກນ້ອຍຈໍານວນຫລາຍຄົນເສຍຊີວິດ ເຊິ່ງສ່ວນໃຫຍ່ມີອາຍຸລະຫວ່າງ 7 – 10 ປີ. ນອກຈາກນີ້, ຫນ່ວຍງານດັ່ງກ່າວໄດ້ມີການເປີດເຜີຍໂຕເລກລ່າສຸດ ກັບການໂຈມຕີຕະຫລາດຈາຣາມານາ ໃນກຸງດາມັສກັສ ຈົນມີຜູ້ເສຍຊີວິດເຖິງ 43 ຄົນ, ລວມໄປເຖິງກຸ່ມນັກຮົບຕິດອາວຸດທີ່ສະຫນັບສະຫນຸນລັດຖະບານອີກດ້ວຍ, ໂດຍການໂຈມຕີໃນເມືອງຫລວງຄັ້ງນີ້ ເປັນຜົນມາຈາກການໃຊ້ປືນຄົກຍິງໃສ່ ເຊິ່ງຜູ້ເສຍຊີວິດສ່ວນໃຫຍ່ເປັນເດັກນ້ອຍ ແລະ ຜູ້ຍິງ.

ຖິ້ມລະເບີດຢ່າງບ້າເລືອດ


ດ້ານອົງການສະຫະປະຊາຊາດ ຫລື UN ໄດ້ແຈ້ງໃນວັນຄານທີ່ຜ່ານມາວ່າ: ການໂຈມຕີເມືອງກູຕາ ທາງທິດຕາເວັນອອກຂອງຊີເຣຍຈາກຝັ່ງລັດຖະບານ ສົ່ງຜົນໃຫ້ມີປະຊາຊົນຫລາຍກວ່າ 40.5000 ຄົນ ຕ້ອງບໍ່ມີບ່ອນຢູ່ອາໃສ ແລະ ຄາດວ່າມີຄົນຊີເຣຍກ່ວາ 400.000 ຄົນຍັງຕິດຢູ່ໃນພື້ນທີ່ສູ້ຮົບ.
Powered by Blogger.