Header Ads

ບໍ່ມີປານີ! ສານອາຍາລາຊະອານາຈັກໄທຕັດສິນ ຂັງຄຸກຕະຫລອດຊີວິດ “ໄຊຊະນະ ແກ້ວພິມພາ”

ໄຊຊະນະ ແກ້ວພິມພາ

ໃນເວລາ 09:30 ຂອງວັນທີ 20 ມີນາ 2018 ຢູ່ຫ້ອງພິຈາລະນາຄະດີ 902 ສານອາຍາ ຖະຫນົນລັດຊະດາພິເສກ ອ່ານຄໍາພິພາກສາຄະດີຫມາຍເລກ ອຍ. 1642/2560 ທີ່ພະນັກງານໄອຍະການພິເສດ ຝ່າຍຄະດີຢາເສບຕິດ 10 ເປັນໂຈດຍື່ນຟ້ອງ ທ້າວ ໄຊຊະນະ ແກ້ວພິມພາ  ອາຍຸ 42 ປີ ນັກຄ້າຂາຍຢາເສບຕິດຊາວລາວ ເປັນຈໍາເລີຍໃນຖານຄວາມຜິດ ສົມຄົບຄິດກັນຕັ້ງແຕ່ 2 ຄົນຂຶ້ນໄປ ເພື່ອກະທໍາຄວາມຜິດກ່ຽວກັບຢາເສບຕິດ ແລະ ໄດ້ມີການກະທໍາກ່ຽວກັບຢາເສບຕິດ, ຮ່ວມກັນນໍາເຂົ້າຢາບ້າເຊິ່ງເປັນຢາເສບຕິດໃຫ້ໂທດປະເພດ 1 ເພື່ອຈໍາຫນ່າຍໂດຍບໍ່ໄດ້ຮັບອະນຸຍາດ ແລະ ຮ່ວມກັນມີຢາເສບຕິດໄວ້ໃນຄອບຄອງ ເພື່ອຂາຍ ຕາມ ພ.ຣ.ບ ຢາເສບຕິດໃຫ້ໂທດ ພ.ສ 2522 ມາດຕາ 4, 7, 8, 16, 65, 66 ແລະ 100/1 ແລະ ພ.ຣ.ບ ມາດຕະການໃນການປາບປາມຜູ້ເຮັດຜິດ ກ່ຽວກັບຢາເສບຕິດ ພ.ສ 2534 ມາດຕາ 4 – 5, 8 ແລະ 14.
ໄຊຊະນະ ແກ້ວພິມພາ

ຄໍາຟ້ອງສະຫລຸບພຶດຕິກໍາສະຫລຸບວ່າ ຈໍາເລີຍ ແລະ ພັກພວກທີ່ຢູ່ໃນ ສປປ ລາວ ຮ່ວມກັນເຮັດຫນ້າທີ່ຈັດຫາຢາເສບຕິດ ລວມທັງລົດສໍາລັບຊຸກເຊື່ອງ ແລະ ລົດນໍາທາງໃນການຂົນຢາເສບຕິດ ໂດຍມີພັກພວກຂອງຈໍາເລີຍທີ່ໄອຍະການໄດ້ຍື່ນຟ້ອງເປັນຄະດີຕໍ່ສານອາຍາ ໄວ້ແລ້ວລວມ 6 ຄົນ, ຮ່ວມກັນກະທໍາຜິດໃນການເຮັດຫນ້າທີ່ຂັບລົດຮັບຢາເສບຕິດຈາກ ສປປ ລາວ ເຂົ້າໄປໃນລາຊະອານາຈັກໄທ ເພື່ອສົ່ງຕໍ່ ພວກຂອງຈໍາເລີຍໄດ້ມີການຂັບລົດນໍາທາງ ແລະ ສໍາຫລວດເສັ້ນທາງ ເພື່ອກວດສອບວ່າມີດ່ານເຈົ້າຫນ້າທີ່ຕໍາຫລວດຫລືບໍ່, ກ່ອນທີ່ຈະປະສານກັນເພື່ອສົ່ງມອບຢາ ໃຫ້ເຄືອຂ່າຍຢາເສບຕິດທາງພາກໃຕ້ຂອງໄທ ແລະ ປະເທດມາເລເຊຍຕໍ່ໄປ. ໂດຍເມື່ອວັນທີ 30 ກັນຍາ 2559 ຈໍາເລີຍກັບພວກທີ່ຖືກຍື່ນຟ້ອງແລ້ວ ແລະ ອີກຫລາຍຄົນທີ່ຫລົບຫນີ ຍັງບໍ່ໄດ້ພາມາຟ້ອງສານ ໄດ້ຮ່ວມກັນນໍາຢາບ້າຈໍານວນ 1.2 ລ້ານເມັດ ຈາກ ສປປ ລາວ ຊຸກເຊື່ອງໄວ້ໃນຊ່ອງລັບໃຕ້ຫລັງຄາລົດ ຜ່ານດ່ານກວດຄົນເຂົ້າເມືອງແຂວງຫນອງຄາຍ ມາໃນໄທ ໂດຍຕໍາຫລວດສາມາດຈັບເຄືອຂ່າຍຂອງຈໍາເລີຍ ພ້ອມຢຶດຢາຂອງກາງໄດ້ ຈົນຂະຫຍາຍຜົນຈັບພວກຈໍາເລີຍອີກສ່ວນທີ່ໄດ້ຍື່ນຟ້ອງໄປແລ້ວ, ກ່ອນຈະຈັບຈໍາເລີຍໄດ້ເມື່ອວັນທີ 19 ມັງກອນ 2560 ເຫດເກດີທີ່ ສປປ ລາວ ດ່ານກວດຄົນເຂົ້າເມືອງຈັງຫວັດຫນອງຄາຍ, ດ່ານກວດຢາເສບຕິດສີຄິ້ວ ແຂງນະຄອນລາຊະສີມາ, ດ່ານກວດຢາເສບຕິດບ້ານພະລະ ແຂວງຊຸມພອນ ແລະ ລານຈອດລົດໂຮງແຮມຄຣິສຕັນ ແຂວງສົງຂາ ເຊິ່ງຈໍາເລີຍໄດ້ຮັບສາລະພາບໃນຊັ້ນສອບສວນໄປແລ້ວ.
ໄຊຊະນະ ແກ້ວພິມພາ
 ໂດຍມື້ນີ້ ສານໄດ້ເບີກໂຕ ທ້າວ ໄຊຊະນະ ແກ້ວພິມພາ ຈາກທັນທະສະຖານບໍາບັດພິເສດກາງ ມາຟັງຄໍາພິພາກສານ ສານວິເຄາະພະຍານຫລັກຖານໂຈດ ແລະ ຈໍາເລີຍ ເຊິ່ງໃຫ້ການປະຕິເສດໃນຊັ້ນສານແລ້ວເຫັນວ່າ ໂຈດມີພະຍານເປັນເຈົ້າຫນ້າທີ່ຕໍາຫລວດເບີກຄວາມຕາມລໍາດັບການປະຕິບັດຫນ້າທີ່ ບໍ່ຮູ້ຈັກ ແລະ ບໍ່ມີເຫດຄຽດຊັງກັບຈໍາເລີຍມາກ່ອນ ເຊື່ອໄດ້ວ່າພະຍານໂຈດເບີກຄວາມຕາມຈິງ ແຕ່ຄະດີຕ້ອງພິສູດຈົນປາສະຈາກຂໍ້ສົງໃສ ໂດຍທ້າວ ທົດສະພົນ ພົນທີ, ທ້າວໄພທູນ ທອງເສມ, ນາງ ເກດສະຍານັດ ທົງວາດ, ທ້າວ ນິອຸສມັນ ປະຈູຈໍາເລີຍທີ 1 – 4 ໃນຄະດີຫມາຍເລກດໍາ ອຍ. 5837/2559 ຂອງສານ ໄດ້ເບີກຄວາມສອດຄ່ອງເຊື່ອມໂຍງກັນ ໃນການຂົນຢາເສບຕິດ ໂດຍໃຊ້ລົດຕູ້ທີ່ທ້າວທົດສະພົນເປັນຜູ້ຂັບ, ເຈົ້າຫນ້າທີ່ໄດ້ສະກົດຮອຍຕາມ ແລະ ໄດ້ກວດພົບເມດແອມເຟຕາມີນ ຊຸກເຊື່ອງຢູ່.
ສານຈິ່ງພິພາກສານວ່າ: ການກະທໍາຂອງຈໍາເລີຍເປັນຄວາມຜິດຕາມ ພ.ຣ.ບ ຢາເສບຕິດໃຫ້ໂທດ ພ.ສ 2522 ແລະ ພ.ຣກບ ມາດຕະການໃນການປາບປາມຜູ້ກະທໍາຜິດກ່ຽວກັບຢາເສບຕິດ ພ.ສ 2534 ຖານສົມຄົບຄິດກັນກະທໍາຄວາມຜິດກັບຢາເສບຕິດ, ຂາຍຢາເສບຕິດ ແລະ ນໍາຢາເສບຕິດເຂົ້າມາໃນລາຊະອານາຈັກ ເປັນການກະທໍາກໍາດຽວຜິດກົດຫມາຍຫລາຍບົດ ສານໃຫ້ລົງໂທດບົດສູງສຸດ ຖານນໍາຢາເສບຕິດເຂົ້າມາໃນລາຊະອານາຈັກ ໃຫ້ຈໍາເລີຍຮັບໂທດປະຫານຊີວິດ ແຕ່ຈໍາເລີຍໃຫ້ການຮັບສາລະພາບໃນຊັ້ນສອບສວນ ເປັນປະໂຫຍດແກ່ການພິຈາລະນາຄະດີ ລົດໂທດໃຫ້ 1 ໃນ 3 ໃຫ້ຈໍາຄຸກຕະຫລອດຊີວິດ.


Powered by Blogger.